ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບບາ​ດ​ເຈັບ​ຫຼາຍກວ່າ 8.400 ຄົນ ໃນ​ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢູ່ ມາ​ຣົກ; ພາ​ຍຸ Daniel ຢູ່ ລີ​ບີ ກໍ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດກວ່າ 3.000 ຄົນ

(VOVWORLD) - ໄລ່ຮອດວັນທີ 12 ກັນຍາ, ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຈາກເຫດແຜ່ນດິນໄຫວເກີດຂຶ້ນໃນຄ່ຳຄືນວັນທີ 08 ກັນຍາ, ຢູ່ເຂດທາງທິດຕາເວັນຕົກສ່ຽງໃຕ້ ນະຄອນ Marrakesh ຂອງ ປະເທດນີ້ ໄດ້ຂຶ້ນເຖິງກວ່າ 8.400 ຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 2.900 ຄົນ.
ມີ​ຜູ້​ເສຍ​ຊີ​ວິດ ແລະ ຮັບບາ​ດ​ເຈັບ​ຫຼາຍກວ່າ 8.400 ຄົນ ໃນ​ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢູ່ ມາ​ຣົກ; ພາ​ຍຸ Daniel  ຢູ່ ລີ​ບີ ກໍ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດກວ່າ 3.000 ຄົນ - ảnh 1ກຳລັງກູ້ໄພກູ້ຊີບພວມມານະພະຍາຍາມຜັນຂະຫຍາຍຢ່າງຮີບດ່ວນ (ພາບ: THX/TTXVN)

ກະຊວງພາຍໃນ ມາຣົກ ໃນຕອນຄ່ຳວັນທີ 12 ກັນຍາ ໄດ້ແຈ້ງໃຫ້ຊາບວ່າ ໄລ່ຮອດວັນທີ 12 ກັນຍາ, ມີຜູ້ເສຍຊີວິດ ແລະ ຮັບບາດເຈັບຈາກເຫດແຜ່ນດິນໄຫວເກີດຂຶ້ນໃນຄ່ຳຄືນວັນທີ 08 ກັນຍາ, ຢູ່ເຂດທາງທິດຕາເວັນຕົກສ່ຽງໃຕ້ ນະຄອນ Marrakesh ຂອງ ປະເທດນີ້ ໄດ້ຂຶ້ນເຖິງກວ່າ 8.400 ຄົນ, ໃນນັ້ນ ມີຜູ້ເສຍຊີວິດກວ່າ 2.900 ຄົນ.

        ແຈ້ງການຂອງກະຊວງດັ່ງກ່າວ ໃຫ້ຮູ້ວ່າ ວຽກງານກູ້ໄພກູ້ຊີບສືບຕໍ່ໄດ້ຜັນຂະຫຍາຍຢ່າງຮີບດ່ວນ, ຕໍ່ເນື່ອງ, ບໍ່ຢຸດຢັ້ງ ດ້ວຍການເຂົ້າຮ່ວມຂອງທະຫານ, ທະຫານດັບເພີງ, ອາສາສະໝັກ, ພ້ອມດ້ວຍກຳລັງກູ້ໄພກູ້ຊີບທີ່ເປັນມືອາຊີບຂອງສາກົນ. ຫຼາຍສະຖານທີ່ຖືກຜົນກະທົບຢ່າງໜັກໜ່ວງ ແຕ່ຍັງບໍ່ທັນສາມາດເຂົ້າເຖິງດ້ວຍທາງບົກເທື່ອ.

        ກໍໃນວັນທີ 12 ກັນຍາ, ເຄື່ອງຊ່ວຍເຫຼືອດ່ວນນັບຮ້ອນໂຕນ ສືບຕໍ່ໄດ້ສົ່ງເຖິງບັນດາເຂດຖືກຜົນກະທົບ. ລັດຖະບານ ມາຣົກ ຢັ້ງຢືນວ່າ ຈະສືບຕໍ່ໃຫ້ບຸລິມະສິດທຸກແຫຼ່ງກຳລັງທີ່ຈຳເປັນເພື່ອຮັບໃຊ້ວຽກງານກູ້ໄພກູ້ຊີບ, ຊອກຫາຜູ້ຍັງມີຊີວິດ ແລະ ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນຜູ້ທີ່ຖືກຜົນກະທົບ.

        ໃນຂະນະນັ້ນ, ຢູ່ ລີບີ, ວົງການອຳນາດການປົກຄອງພາກຕາເວັນອອກ ລີບີ ໃຫ້ຮູ້ ວ່າ ຈຳນວນຜູ້ເສຍຊີວິດພາຍຫຼັງເຫດນ້ຳແກ່ງຖ້ວມຢ່າງຮ້າຍແຮງໃນວັນທີ 10 ກັນຍາ ຢູ່ນະຄອນ Derna ໄດ້ຂຶ້ນເຖິງກວ່າ 3.000 ຄົນແລ້ວ. ຄາດວ່າ ຕົວເລກດັ່ງກວ່າອາດຈະສືບຕໍ່ເພີ່ມຂຶ້ນສູງ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ