ມີ​ຜູ້​ເສຍ​ຊີ​ວິດ​ນັບ​ສິບ​ຄົນ​ໃນ​ເຫດ​ປະ​ທະ​ກັນ​ຢູ່ ໂຊ​ມາ​ລີ

(VOVWORLD) -ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 30 ຄົນ ແລະ ຜູ້ຮັບບາດເຈັບ 70 ຄົນ ໃນການປະທະກັນຄັ້ງຕ່າງໆລະຫວ່າງກຳລັງປະກອບອາວຸດ ໂຊມາລີ ແລະ ມືປືນ Ahlu Sunna Wal Jamaa.
ມີ​ຜູ້​ເສຍ​ຊີ​ວິດ​ນັບ​ສິບ​ຄົນ​ໃນ​ເຫດ​ປະ​ທະ​ກັນ​ຢູ່ ໂຊ​ມາ​ລີ - ảnh 1ກຳລັງປະກອບອາວຸດ ໂຊມາລີ ປະທະກັນກັບມືປືນ Ahlu Sunna Wal Jamaa (ພາບ: AP)

ວັນທີ 24 ຕຸລາ, ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 30 ຄົນ ແລະ ຜູ້ຮັບບາດເຈັບ 70 ຄົນ ໃນການປະທະກັນຄັ້ງຕ່າງໆລະຫວ່າງກຳລັງປະກອບອາວຸດ ໂຊມາລີ ແລະ ມືປືນ Ahlu Sunna Wal Jamaa, ເຊິ່ງເປັນກຸ່ມກຳລັງທີ່ເຄີຍຮ່ວມມືກັບ ລັດຖະບານ ໂຊມາລີ ຕ້ານຄືນອົງການກໍ່ການຮ້າຍ Al – Shabaad ໃນເມື່ອກ່ອນນີ້. ນອກຈາກນັ້ນ, ກອງທັບ ໂຊມາລີ ກໍໃຫ້ຮູ້ວ່າ ສາມາດຈັບໄດ້ມືປືນ Ahlu Sunna  ຈຳນວນໜຶ່ງໃນການປະທະກັນຄັ້ງຕ່າງໆທີ່ເກີດຂຶ້ນຢູ່ ນະຄອນ Guriel.

        ຕົ້ນເດືອນຕຸລາ 2021, ວິທະຍຸກະຈາຍສຽງ Dalsan ຂອງ ໂຊມາລີ ໄດ້ໃຫ້ຂ່າວວ່າ ກຸ່ມ Ahlu Sunnah Wal Jamaa ໄດ້ຢຶດຄອງນະຄອນ Guriel ແລະ Dusmareb ຢູ່ ພາກກາງປະເທດນີ້.


ຕອບກັບ

ຂ່າວ/ບົດ​ອື່ນ