ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 112 ຄົນ​ໃນ​ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່​ຢູ່​ເຂດ​ກາ​ຊາ

(VOVWORLD) - ວັນທີ 29 ກຸມພາ, ທ່ານເລຂາທິການໃຫຍ່ Antonio Guterres ໄດ້ກ່າວປະນາມຢ່າງແຮງກ່ຽວກັບເຫດບຸກໂຈມຕີ, ທ່ານກໍ່ຮຽກຮ້ອງຄຳສັ່ງຢຸດຍິງດ້ານມະນຸດສະທຳຢ່າງທັນທີ ແລະ ປ່ອຍຕົວປະກັນທັງໝົດ ໃຫ້ເປັນອິດສະຫຼະພາບບໍ່ມີເງື່ອນໄຂ.


ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 112 ຄົນ​ໃນ​ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່​ຢູ່​ເຂດ​ກາ​ຊາ - ảnh 1ພາບປະກອບ: THX

ໄລ່ຮອດຕອນຄ່ຳວັນທີ 29 ກຸມພາ, ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 112 ຄົນ ແລະ ຜູ້ຖືກບາດເຈັບ ປະມານ 760 ຄົນ ໃນເຫດບຸກໂຈມຕີ ດ້ວຍປຶນໃຫຍ່ ຂອງກອງທັບອິດສະລາແອັນ ຢູ່ເຂດ ກາຊາ ໃນວັນດຽວກັນ. ຈຳນວນຜູ້ເສຍຊີວິດອາດຈະເພີ່ມຂຶ້ນຍ້ອນມີຫຼາຍຄົນຖືກບາດເຈັບສາຫັດ. ຜູ້ຄົນຖືກບາດເຈັບທັງໝົດ ໄດ້ສົ່ງໄປຍັງໂຮງໝໍ ຈຳນວນໜຶ່ງ ເພື່ອປິ່ນປົວ, ລວມມີ ໂຮງໝໍ Al-Shifa ແລະ Kamal Adwan. ເຖິງຢ່າງໃດກໍ່ຕາມ, ໂຄສົກອົງການສາທາລະນະສຸກ ຢູ່ເຂດກາຊາ ໃຫ້ຮູ້ວ່າ ໂຮງໝໍ Al-Shifa ຂາດເຂີນວັດຖຸອຸປະກອນການແພດ ແລະ ພະນັກງານຢູ່ແຫ່ງນີ້ກໍ່ບໍ່ສາມາດ ປິ່ນປົວໃຫ້ແກ່ ຄົນເຈັບໄດ້ຍ້ອນມີຈຳນວນຫຼາຍເກີນໄປ.

ກ່ອນໜ້ານັ້ນ, ກອງທັບ ອິດສະລາແອັນ ໄດ້ດຳເນີນການບຸກໂຈມຕີດ້ວຍປືນໃຫຍ່ ເລັ່ງໃສ່ກຸ່ມຄົນທີ່ແມ່ນປະຊາຊົນປາແລັດສະຕິນ ເຊິ່ງພວມເຕົ້າໂຮມກັນເພື່ອຕ້ອນຮັບເຄືອງອຸປະຖຳມະນຸດສະທຳ ຢູ່ເສັ້ນທາງແຄມທະເລ ຢູ່ທາງທິດຕາເວັນຕົກ ນະຄອນກາຊາ. ອົງການສາທາລະນະສຸກ ຢູ່ກາຊາ ຖືນີ້ແມ່ນເຫດ “ເຂັ່ນຂ້າຄົນເປັນຈຳນວນຫຼາຍ”.

ໂດຍກ່ຽວຂ້ອງເຖິງເຫດການນີ້, ວັນທີ 29 ກຸມພາ, ທ່ານເລຂາທິການໃຫຍ່ Antonio Guterres ໄດ້ກ່າວປະນາມຢ່າງແຮງກ່ຽວກັບເຫດບຸກໂຈມຕີ, ທ່ານກໍ່ຮຽກຮ້ອງຄຳສັ່ງຢຸດຍິງດ້ານມະນຸດສະທຳຢ່າງທັນທີ ແລະ ປ່ອຍຕົວປະກັນທັງໝົດ ໃຫ້ເປັນອິດສະຫຼະພາບບໍ່ມີເງື່ອນໄຂ.

ຕອບກັບ

ຂ່າວ/ບົດ​ອື່ນ