ມີ​ຜູ້​ເສຍ​ຊີວິດຫຼາຍສິບຄົນ​​ໃນ​ເຫດ​ລະ​ເບີດ​ໂຮງງານ​ຟຸນ​ເຄມີ​ຢູ່​ອາ​ເມ​ລິ​ກາ

ມີ​ຜູ້​ເສຍ​ຊີວິດຫຼາຍສິບຄົນ​​ໃນ​ເຫດ​ລະ​ເບີດ​ໂຮງງານ​ຟຸນ​ເຄມີ​ຢູ່​ອາ​ເມ​ລິ​ກາ - ảnh 1
ມີ​ຜູ້​ເສຍ​ຊີວິດຫຼາຍສິບຄົນ​​ໃນ​ເຫດ​ລະ​ເບີດ​ໂຮງງານ​ຟຸນ​ເຄມີ​ຢູ່​ອາ​ເມ​ລິ​ກາ
(ພາບ: EFE)

(vovworld) – ມີ​ຜູ້​ເສຍ​ຊີວິດ​ປະມານ 70 – 80 ຄົນ ​ແລະ ນັບ​ຮ້ອຍໆ​ຄົນ​ຖືກ​ຮັບ​ບາດ​ເຈັບ​​ໃນ​ເຫດການ​ລະ​ເບີດ​ທີ່​ຮ້າຍ​ແຮງ​ຢູ່​ ໂຮງງານ​ຜະລິດ​ຟຸນ​ເຄມີ ​ໃກ້​ກັບ​ນະຄອນ Waco, ລັດ Texas (​ແຫ່ງສະຫະລັດ ອາ​ເມ​ລິ​ກາ), ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 18/4 (ຕາມ​ເວລາ ຫວຽດນາມ). ​ເຫດ​ລະ​ເບີດ​ດັ່ງກ່າວ​ຍັງ​ທຳລາຍ​ເຮືອນ​ຊານເກືອບ 100 ຫລັງ ພ້​ອມທັງ ເຫດອັກຄີໄຟໃຫຍ່​ຢູ່ບໍລິເວນ​ໂຮງຮຽນ West Middle. ຕຳຫລວ​ດ ​ໄດ້​ປິດ​ລ້ອມ​ເສັ້ນທາງ​​ລັດຕໍ່ລັດ​ໃນ​ທັນທີ. ​ເຮືອບິນ ​ເອລີກ​ອບ​ແຕ ​ຖືກຈັດ​ສົ່ງ​ໄປ​ກູ້​ຊີບ. ຜູ້​ຊ່ວຍ​ວຽກ​ຫົວໜ້າຕຳຫລວ​ດ​ປ້ອງ​ກັນ, ແລະ ດັບເຜິງ Waco ​ໃຫ້​ຮູ້​ວ່າ: ນີ້​ແມ່ນ​ເຫດ​ລະ​ເບີດທາດ​ ammonia ​ແລະ ສາຍ​ເຫດ​ກໍ່​ການລະ​ເບີດ​ດັ່ງກ່າວຍັງ​ບໍ່​ທັນຊອກເຫັນເທື່ອ.

ຂ່າວ/ບົດ​ອື່ນ