ມີຜູ້ແທນເກືອບ 700 ຄົນ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ົວປະເທດສະມາຄົມນັກສຶກສາຫວຽດນາມ ຄັ້ງທີ 10

(VOVWORLD) -ສ້າງນັກສຶກສາສະໄໝໃໝ່ໃຫ້ມີອຸດົມການປະຕິວັດ, ຄຸນນະທາດການເມືອງທີ່ໝັ້ນແກ່ນ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ; ເປັນເຈົ້າການໃນການສຶກສາຮໍ່າຮຽນ, ມີຫົວຄິດປະດິດສ້າງ, ສຶກສາຄົ້ນຄວ້າວິທະຍາສາດ ແລະ ໝູນໃຊ້ເຕັກໂນໂລຢີໃໝ່...

ຕອນເຊົ້າວັນທີ 10 ທັນວາ, ທີ່ຮ່າໂນ້ຍ ໄດ້ດໍາເນີນພິທີີໄຂກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກສຶກສາຫວຽດນາມ ຄັ້ງທີ 10. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ ພ້ອມດ້ວຍບັນດາການນໍາພັກ, ລັດ ແລະ ຜູ້ແທນສົມບູນຂອງກອງປະຊຸມໃຫຍ່ 690 ຄົນ.

ດ້ວຍເນື້ອໃນຈິດໃຈທີ່ວ່າ “ນັກສຶກສາຫວຽດນາມມີຄຸນນະທາດ, ຮໍ່າຮຽນ, ປະດິດຄິດສ້າງ, ສະໝັກໃຈ, ເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາ”, ກອງປະຊຸມໃຫຍ່ມີໜ້າທີ່ສ້າງເປົ້າໝາຍ, ໜ້າທີ່ບົດບາດ, ວິທີການແກ້ໄຂວຽກງານຂອງສະມາຄົມ ແລະ ຂະບວນການຂອງນັກສຶກສາ  ອາຍຸການ 2018 – 2023 ແລະ ເລືອກຕັ້ງຄະນະບໍລິຫານງານ, ຄະນະກວດກາສູນກາງ ສະມາຄົມນັກສຶກສາຫວຽດນາມ ຊຸດທີ 10. ວຽກງານຂອງສະມາຄົມ ແລະ ຂະບວນການນັກສຶກສາ ອາຍຸການ 2018 – 2023 ແມ່ນມຸ່ງໄປເຖິງເປົ້າໝາຍ: “ສ້າງນັກສຶກສາສະໄໝໃໝ່ໃຫ້ມີອຸດົມການປະຕິວັດ, ຄຸນນະທາດການເມືອງທີ່ໝັ້ນແກ່ນ, ມີຄວາມຮັບຜິດຊອບຕໍ່ປະເທດຊາດ; ເປັນເຈົ້າການໃນການສຶກສາຮໍ່າຮຽນ, ມີຫົວຄິດປະດິດສ້າງ, ສຶກສາຄົ້ນຄວ້າວິທະຍາສາດ ແລະ ໝູນໃຊ້ເຕັກໂນໂລຢີໃໝ່; ມີປັນຍາ, ສຸຂະພາບເຂັ້ມແຂງ, ມີທັກສະດໍາລົງຊີວິດ ແລະ ມີຄວາມໄຝ່ຝັນບືນຕົວຂຶ້ນ; ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວ ສະແດງໜ້າທີ່ຮັບຜິດຊອບຕໍ່ວົງຄະນະຍາດ, ຕໍ່ສັງຄົມ ແລະ ເຊື່ອມໂຍງເຂົ້າກັບສາກົນ.

ກ່າວຄໍາເຫັນຊີ້ນໍາກອງປະຊຸມໃຫຍ່, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ພັກ ແລະ ລັດ ຍາມໃດກໍເອົາໃຈໃສ່, ເບິ່ງແຍງດູເລໃຫ້ແກ່ກໍາລັງນັກສຶກສາ. ທ່ານສະເໜີວ່າ ສະມາຄົມນັກສຶກສາທຸກຂັ້ນ ຄວນກໍ່ສ້າງນັກສຶກສາຫວຽດນາມລຸ້ນໃໝ່ ທັງມີແນວຄິດ, ຄຸນສົມບັດທີ່ດີ ທັງມີຄວາມຊໍານິຊໍານານທາງດ້ານວິຊາອາຊີບ. ທ່ານກ່າວວ່າ:

ທີ 1, ສືບຕໍ່ເພີ່ມທະວີການສຶກສາປະຕິວັດ, ຄຸນສົມບັດແບບແຜນການດຳລົງຊີວິດໃຫ້ແກ່ນັກສຶກສາ. ທີ 2, ຍູ້ແຮງການຈັດຕັ້ງບັນດາການເຄື່ອນໄຫວຂະບວນການແຂ່ງຂັນ, ເສີມຂະຫຍາຍບົດບາດປະຈັນບານ, ມີຫົວຄິດປະດິດສ້າງຂອງນັກສຶກສາ. ລະດົມສົ່ງເສີມໃຈນັກສຶກສາເຂົ້າຮ່ວມການຄົ້ນຄວ້າປ່ຽນແປງໃໝ່ຫົວຄິດປະດິດສ້າງໃນຂົງເຂດວິທະຍາສາດ, ຍູ້ແຮງການເລີ່ມຕົ້ນທຸລະກິດ. ທີ 3, ສືບຕໍ່ເອົາໃຈໃສ່ເຖິງສະມາຄົມນັກສຶກສາ ຫວຽດນາມ ໃຫ້ໝັ້ນຄົງເຂັ້ມແຂງ, ປ່ຽນແປງໃໝ່ຮູບແບບການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະມາຄົມ ຕາມທິດມີຊີວິດຊີວາກ່ວາ, ດູດດື່ມກ່ວາ.

ມີຜູ້ແທນເກືອບ 700 ຄົນ ເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ົວປະເທດສະມາຄົມນັກສຶກສາຫວຽດນາມ ຄັ້ງທີ 10 - ảnh 1 ທ່ານ ເລກວກຟອງ, ເລຂາຜູ້ທີ 1 ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ປະທານສະມາຄົມນັກສຶກສາ ຫວຽດນາມ

ເມື່ອຮັບເອົາຄຳຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານ ເລກວກຟອງ, ເລຂາຜູ້ທີ 1 ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ, ປະທານສະມາຄົມນັກສຶກສາ ຫວຽດນາມ ຢັ້ງຢືນວ່າ:

        ສະມາຄົມນັກສຶກສາ ຫວຽດນາມ ດ້ວຍບົດບາດເປັນເພື່ອນສະໜິດແໜ້ນຂອງນັກສຶກສາ, ຮ່ວມເດີນທາງ, ໜູນຊ່ວຍ, ແນະນຳນັກສຶກສາ ໃຫ້ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ຍົກສູງບົດບາດ, ອິດທິພົນຊື່ສຽງຂອງຕົນໃນໝູ່ນັກສຶກສາ ຫວຽດນາມ. ຜ່ານນັ້ນ, ທັງຕອບສະໜອງຄວາມຕ້ອງການ, ຄວາມມຸ່ງມາດປາດຖະໜາຂອງນັກສຶກສາ, ທັງເຮັດສຳ  ເລັດໜ້າທີ່ຄວາມຮັບຜິດຊອບຂອງຕົນ, ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງພັກ, ລັດ, ຄວາມເຊື່ອໝັ້ນຮັກແພງ, ຄວາມມຸ່ງຫວັງຂອງນັກສຶກສາ, ຂອງຂະແໜງການສຶກສາ ແລະ ຂອງສັງຄົມ.

        ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມນັກສຶກສາ ຫວຽດນາມ ຄັ້ງທີ 10 ແມ່ນເຫດການການເມືອງສຳຄັນຂອງນັກສຶກສາ ຫວຽດນາມ, ເຊິ່ງໄດ້ດຳເນີນແຕ່ວັນທີ 9 – 11 ທັນວາ.

        

ຕອບກັບ

ຂ່າວ/ບົດ​ອື່ນ