ມ​ີ​ຜ​ູ້​ໄດ້​ຮັບ​ບາດ​ເຈັບ ແລະ ຫາຍ​ສາບ​ສູນ​ເກືອບ 40 ຄົນ​ໃນ​ເຫດ​ລະ​ເບີດ​ອາຍ​ແກັດ ຢູ່​ໃຈ​ກາງ​ນະ​ຄອນຫຼວງ​ປາ​ຣີ, ປະ​ເທດ​ຝ​ລັ່ງ

(VOVWORLD) - ປັດຈຸບັນ, ບັນດາຜູ້ກູ້ໄພ ພ້ອມກັບ ໝາວິຊາການ ພວມມານະພະຍາຍາມຊອກຫາຜູ້ຫາຍສາບສູນ 2 ຄົນທີ່ພວມຕິດຄ້າງຢູ່ໃຕ້ຊາກຫັກພັງຂອງອາຄານດັ່ງກ່າວ
ມ​ີ​ຜ​ູ້​ໄດ້​ຮັບ​ບາດ​ເຈັບ ແລະ ຫາຍ​ສາບ​ສູນ​ເກືອບ 40 ຄົນ​ໃນ​ເຫດ​ລະ​ເບີດ​ອາຍ​ແກັດ ຢູ່​ໃຈ​ກາງ​ນະ​ຄອນຫຼວງ​ປາ​ຣີ, ປະ​ເທດ​ຝ​ລັ່ງ - ảnh 1ສະຖານທີ່ເກີດເຫດ (ພາບ: TTXVN)

ຕອນບ່າຍວັນທີ 21 ມິຖຸນາ, ໄດ້ເກີດເຫດລະເບີດໃຫຍ່ຊຶ່ງເຮັດໃຫ້ສະເທືອນທັງຖະໜົນ Rue Saint-Jacques, ເຮັດໃຫ້ມີ 37 ຄົນໄດ້ຮັບບາດເຈັບ, 2 ຄົນ ຫາຍສາບສູນ ແລະ ກໍ່ຜົນເສຍຫາຍຫຼາຍຢ່າງຢູ່ເມືອງ 5 ນະຄອນຫຼວງ ປາຣີຂອງປະເທດ ຝລັ່ງ.

ເຫດລະເບີດໄດ້ເຮັດໃຫ້ເກີດເຫດໄພໄໝ້ຂະໜາດໃຫຍ່ ແລະເຮັດໃຫ້ອາຄານຫຼັງໜຶ່ງຖະຫຼົ່ມລົງ. ມີລົດດັບເພີງ ປະມານ 70 ຄັນ ແລະ ນັກດັບເພີງກ່ວາ 300 ຄົນໄດ້ຈັດສົ່ງໄປຍັງສະຖານທີ່ເກີດເຫດ. ປັດຈຸບັນ, ບັນດາຜູ້ກູ້ໄພ ພ້ອມກັບ ໝາວິຊາການ ພວມມານະພະຍາຍາມຊອກຫາຜູ້ຫາຍສາບສູນ 2 ຄົນທີ່ພວມຕິດຄ້າງຢູ່ໃຕ້ຊາກຫັກພັງຂອງອາຄານດັ່ງກ່າວ, ໃນຂະນະນັ້ນຜູ້ປະສົບເຄາະຮ້າຍ 4 ຄົນໄດ້ນຳສົ່ງສຸກເສີນໃນອາການເຈັບສາຫັດ. ສາຍເຫດກໍ່ໃຫ້ເກີດເຫດການນີ້ພວມໄດ້ເຮັດໃຫ້ແຈ້ງຢ່າງຮີບດ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ