ມີ​ວິ​ສາ​ຫະ​ກິດ ຍີ່​ປຸ່​ນ ຫຼາຍ​ແຫ່ງ​ຢາກ​ມາ​​ລົງ​ທຶນຢູ່ຫວຽດ​ນາມ

(VOVWORLD) -ກ່າວຄຳເຫັນໄຂເວທີປາໄສ, ທ່ານ Yuji Kuroiwa ຜູ້ວ່າການແຂວງ Kanagawa, ໃຫ້ຮູ້ວ່າ ມີວິສາຫະກິດຂະໜາດກາງ ແລະ ນ້ອຍ ຫຼາຍແຫ່ງ ຢູ່ແຂວງນີ້ ຢາກມາລົງທຶນຢູ່ຫວຽດນາມ, ພ້ອມທັງຢັ້ງຢືນວ່າ ແຂວງ Kanagawa ພ້ອມແລ້ວທີ່ຈະໜູນຊ່ວຍໃຫ້ແກ່ບັນດາວິສາຫະກິດທ້ອງຖິ່ນໃນການເຄື່ອນໄຫວນີ້.
ມີ​ວິ​ສາ​ຫະ​ກິດ ຍີ່​ປຸ່​ນ ຫຼາຍ​ແຫ່ງ​ຢາກ​ມາ​​ລົງ​ທຶນຢູ່ຫວຽດ​ນາມ - ảnh 1

ທ່ານໂງດົງຫ໋າຍ, ຮອງເລຂາຜູ້ປະຈຳການແຂວງທ໊າຍບິ່ງເຂົ້າຮ່ວມການພົບປະກັບແຂວງ Kanagawa  (ພາບ: TTXVN) 

ວັນທີ 6 ກັນຍາ, ອຳນາດການປົກຄອງແຂວງ Kanagawa ຂອງຍີ່ປຸ່ນ ແລະ ສະຖານທູດ ຫວຽດນາມ ປະຈຳຍີ່ປຸ່ນໄດ້ສົມທົບກັນຈັດຕັ້ງ ເວທີປາໄສສົ່ງເສີມການລົງທຶນເຂົ້າ ຫວຽດນາມ ຢູ່ ນະຄອນ Yokohama ໂດຍມີການເຂົ້າຮ່ວມຂອງວິສາຫະກິດຫຼາຍຮ້ອຍແຫ່ງ ແລະ ນັກລົງທຶນຍີ່ປຸ່ນ ພ້ອມກັບຜູ້ຕາງໜ້າ 4 ແຂວງ ຂອງຫວຽດນາມ ລວມມີ ທ໊າຍບິ່ງ, ຮ່ານາມ, ຮຶງອຽນ ແລະ ວິ໊ງລອງ. ກ່າວຄຳເຫັນໄຂເວທີປາໄສ, ທ່ານ Yuji Kuroiwa ຜູ້ວ່າການແຂວງ Kanagawa, ໃຫ້ຮູ້ວ່າ ມີວິສາຫະກິດຂະໜາດກາງ ແລະ ນ້ອຍ ຫຼາຍແຫ່ງ ຢູ່ແຂວງນີ້ ຢາກມາລົງທຶນຢູ່ຫວຽດນາມ, ພ້ອມທັງຢັ້ງຢືນວ່າ ແຂວງ Kanagawa ພ້ອມແລ້ວທີ່ຈະໜູນຊ່ວຍໃຫ້ແກ່ບັນດາວິສາຫະກິດທ້ອງຖິ່ນໃນການເຄື່ອນໄຫວນີ້. ສ່ວນທ່ານ ຫວູຮົ່ງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳຍີ່ປຸ່ນ ຢັ້ງຢືນວ່າ ການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ ພວມໃນໄລຍະດີທີ່ສຸດໃນປະຫວັດສາດ. ນີ້ແມ່ນຈຸດເວລາທີ່ເໝາະສົມທີ່ສຸດເພື່ອໃຫ້ບັນດານັກລົງທຶນສອງປະເທດຍູ້ແຮງການຮ່ວມມື, ປະກອບສ່ວນນຳກະແສເງິນລົງທຶນຂອງວິສາຫະກິດສອງປະເທດໃຫ້ມີການພັດທະນາຢ່າງແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ