ມີວິສາຫະກິດ ອາເມລິກາ ເຂົ້າມາລົງທຶນຢູ່ຕະຫຼາດ ຫວຽດນາມ ນັບມື້ນັບຫຼາຍຂຶ້ນ

(VOVWORLD) -ທ່ານລັດຖະມົນຕີ ຫງວຽນຈີຢຸງ ປາດຖະໜາວ່າ ອາເມລິກາ ຈະກາຍເປັນນັກລົງທຶນໃຫຍ່ສຸດຢູ່ ຫວຽດນາມ ເພື່ອເສີມຂະຫຍາຍທຸກກາລະໂອກາດຮ່ວມມືໃນວິວັດການພັດທະນາຂອງ 2 ປະເທດ.
ມີວິສາຫະກິດ ອາເມລິກາ ເຂົ້າມາລົງທຶນຢູ່ຕະຫຼາດ ຫວຽດນາມ ນັບມື້ນັບຫຼາຍຂຶ້ນ - ảnh 1(ທີ່ກອງປະຊຸມຖະແຫຼງຂ່າວ)

        ຕອນບ່າຍວັນທີ 21 ມີນາ, ຢູ່ ຮ່າໂນ້ຍ, ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີຢຸງ ໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ລວມມີຜູ້ແທນຂອງ 60 ກຸ່ມບໍລິສັດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ເພື່ອປຶກສາຫາລືກາລະໂອກາດລົງທຶນ, ດຳເນີນທຸລະກິດ.

        ທີ່ການເຮັດວຽກ, ທ່ານລັດຖະມົນຕີ ຫງວຽນຈີຢຸງ ປາດຖະໜາວ່າ ອາເມລິກາ ຈະກາຍເປັນນັກລົງທຶນໃຫຍ່ສຸດຢູ່ ຫວຽດນາມ ເພື່ອເສີມຂະຫຍາຍທຸກກາລະໂອກາດຮ່ວມມືໃນວິວັດການພັດທະນາຂອງ 2 ປະເທດ. ສ່ວນຝ່າຍ ອາເມລິກາ, ບັນດາຜູ້ຕາງໜ້າວິສາຫະກິດ, ຄື: Meta, SpaeX, VISA, AES, Boeing… ລ້ວນແຕ່ປາດຖະໜາຢາກສ້າງຕັ້ງ ຫຼື ເປີດກວ້າງການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ຕະຫຼາດ ຫວຽດນາມ. ໃນນັ້ນ, SpaeX ພວມຊອກຫາກາລະໂອກາດເພື່ອພັດທະນາຕະຫຼາດການບໍລິການອິນເຕີເນັດດາວທຽມຢູ່ ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ…

        ທີ່ກອງປະຊຸມຖະແຫຼງຂ່າວພາຍຫຼັງການເຮັດວຽກ, ທ່ານ Ted Osius, ປະທານ ທັງເປັນຜູ້ອຳນວຍການໃຫຍ່ USABC, ໃຫ້ຮູ້ວ່າ “ນັບມືນັບມີວິສາຫະກິດ ອາເມລິກາ ຫຼາຍແຫ່ງ ເຂົ້າມາລົງທຶນຢູ່ຕະຫຼາດ ຫວຽດນາມ”. 

        “ການເດີນທາງຄັ້ງນີ້ ເປັນການສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງພວກຂ້າພະເຈົ້າຕໍ່ການພັດທະນາ ແລະ ຄວາມສາມາດບົ່ມຊ້ອນຂອງ ຫວຽດນາມ. ໃນໄລຍະ 10 ປີຜ່ານມາ, ຫວຽດນາມ ບັນລຸໄດ້ຜົນງານເຕີບໂຕຢ່າງກ້າວກະໂດດຂັ້ນຫຼາຍຢ່າງ. ປະຈຸບັນ, ມີວິສາຫະກິດ ອາເມລິກາ ຫຼາຍແຫ່ງປາດຖະໜາຢາກຊອກຫາກາລະໂອກາດລົງທຶນເຂົ້າ ຫວຽດນາມ, ໃນຂະນະທີ່ບັນດາບໍລິສັດຂອງ ຫວຽດນາມ, ຄື: VinFast, Sovico ກໍ່ພວມລົງທຶນເຂົ້າຕະຫຼາດ ອາເມລິກາ”.

ໃນຂະນະນັ້ນ, ຜູ້ຕາງໜ້າບັນດາວິສາຫະກິດໃຫຍ່ຢູ່ ອາເມລິກາ ລ້ວນແຕ່ເຫັນດີຖືວ່າ, ໂດຍບໍ່ຫົວຊາຕໍ່ສິ່ງກີດຂວາງ ແລະ ສິ່ງທ້າທາຍສຳລັບພື້ນຖານເສດຖະກິດໂລກເວົ້າລວມ ແລະ ຫວຽດນາມ ເວົ້າສະເພາະ, ປະຊາຄົມວິສາຫະກິດ ອາເມລິກາ ເຊື່ອໝັ້ນຢ່າງແຮງຕໍ່ແງ່ຫວັງການເຕີບໂຕຂອງ ຫວຽດນາມ.

        ເຂົ້າຮ່ວມຄະນະຜູ້ແທນວິສາຫະກິດ ອາເມລິກາ, ທ່ານ Rafael Frankel, ຫົວໜ້າ Meta ພາກພື້ນ ອາຊີ - ປາຊີຟິກ, ໄດ້ເຕື້ອງເຖິງບາງປັດໃຈເຮັດໃຫ້ວິສາຫະກິດ ອາເມລິກາ ສົນໃຈລົງທຶນຢູ່ ຫວຽດນາມ.

        “ທີ 1 ແມ່ນຄວາມເກັ່ງກ້າສາມາດ, ນ້ຳໃຈອຸທິດສ່ວນ, ຄວາມດູໝັ້ນຂະຫຍັນພຽນ, ຢຶດໝັ້ນ ແລະ ຈິດໃຈທຸລະກິດຂອງ ຫວຽດນາມ. ທີ 2, ນີ້ແມ່ນປະເທດເຊິ່ງພວກຂ້າພະເຈົ້າມີຄວາມເຊື່ອໝັ້ນເຂົ້າມາລົງທຶນ ຍ້ອນພວກຂ້າພະເຈົ້າຈະມີອະນາຄົດທີ່ສົດໃສເທື່ອລົງທຶນຢູ່ນີ້. ແລະ ທີ 3 ແມ່ນ, ປະຈຸບັນ ລັດຖະບານ ຫວຽດນາມ ພວມເດີນຕາມບັນດານະໂຍບາຍຂອງພື້ນຖານເສດຖະກິດເປີດ.”

        ຕາມກົມການລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ອາເມລິກາ ພວມຢືນອັນດັບທີ 11 ໃນບັນຊີລາຍຊື່ 140 ປະເທດ ແລະ ເຂດແຄ້ວນມີເງິນລົງທຶນເຂົ້າ ຫວຽດນາມ. ບັນດານັກລົງທຶນສຸມໃສ່ເຂົ້າບັນດາຂົງເຂດຄື: ການບໍລິການພັກຜ່ອນ ແລະ ກິນດື່ມ; ອຸດສາຫະກຳປຸງແຕ່ງ, ຜະລິດ, ຂົນສົ່ງ, ສາງ… ເປັນຕົ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ