ມີວິສາຫະກິດອິດສະຣາແອັນຫຼາຍແຫ່ງຢາກລົງທຶນເຂົ້າຫວຽດນາມ

(VOVWORLD) -ທ່ານ ເລທ໊າຍຮ່ວາ, ທີ່ປຶກສາດ້ານການຄ້າຮັບຜິດຊອບອົງການການຄ້າ, ສະຖານທູດຫວຽດນາມ, ໄດ້ແນະນຳໂດຍສັງເຂບກ່ຽວກັບການພັດທະນາເສດຖະກິດ, ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ

ມີວິສາຫະກິດອິດສະຣາແອັນຫຼາຍແຫ່ງຢາກລົງທຶນເຂົ້າຫວຽດນາມ - ảnh 1 ທີ່ກອງປະຊຸມສຳມະນາ

(ພາບ: TTXVN)

ວັນທີ 05 ພະຈິກ, ຢູ່ນະຄອນ Tel Aviv, ອົງການການຄ້າຫວຽດນາມ ປະຈຳອິດສະຣາແອັນ ໄດ້ສົມທົບກັບກຸ່ມບໍລິສັດໃຫ້ຄຳປຶກສາດຳເນີນທຸລະກິດ ແລະ ກວດສອບບັນຊີ BDO ຂອງອິດສະຣາແອັນ ຈັດກອງປະຊຸມສຳມະນາ “ກາລະໂອກາດລົງທຶນ ແລະ ດຳເນີນທຸລະກິດກັບຕະຫຼາດຫວຽດນາມ ໃຫ້ແກ່ບັນດາວິສາຫະກິດ ອິດສະຣາແອັນ”. ກອງປະຊຸມສຳມະນາໄດ້ດຶງດູດເອົາການເຂົ້າຮ່ວມຂອງວິສາຫະກິດ ອິດສະຣາແອັນ 35 ແຫ່ງທີ່ພວມເຄື່ອນໄຫວໃນບັນດາຂົງເຂດຜະລິດ, ລົງທຶນ, ດຳເນີນທຸລະກິດທົ່ວໄປ…

        ທີ່ກອງປະຊຸມສຳມະນາ, ທ່ານ ເລທ໊າຍຮ່ວາ, ທີ່ປຶກສາດ້ານການຄ້າຮັບຜິດຊອບອົງການການຄ້າ, ສະຖານທູດຫວຽດນາມ, ໄດ້ແນະນຳໂດຍສັງເຂບກ່ຽວກັບການພັດທະນາເສດຖະກິດ, ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ, ເຄືອຂ່າຍ FTA ເຊິ່ງຫວຽດນາມ ໄດ້ລົງນາມ ແລະ ພວມເຈລະຈາ; ສະພາບແວດລ້ອມແຫ່ງການລົງທຶນ ແລະ ບັນດານະໂຍບາຍດຶງດູດການລົງທຶນຢູ່ຫວຽດນາມ…

        ຜູ້ຕາງໜ້າບັນດາບໍລິສັດຂອງ ອິດສະຣາແອັນ ທີ່ເຂົ້າຮ່ວມກອງປະຊຸມສຳມະນາໄດ້ສະແດງຄວາມສົນໃຈເຖິງນະໂຍບາຍບຸລິມະສິດ, ດຶງດູດນັກລົງທຶນຕ່າງປະເທດ, ໜູນຊ່ວຍບັນດາວິສາຫະກິດ ອິດສະຣາແອັນ ຊອກຫາ, ເຊື່ອມຕໍ່ກັບບັນດານັກຜະລິດຫວຽດນາມ ກ່ຽວກັບບັນດາປະເພດສິນຄ້າເຊິ່ງ ອິດສະຣາແອັນ ມີຄວາມສົນໃຈ. ບໍລິສັດຫຼາຍແຫ່ງໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງຈະສ້າງແຜນການໄປສຳຫຼວດຕະຫຼາດ, ເຂົ້າຮ່ວມບັນດາເຫດການງານຕະຫຼາດນັດ, ວາງສະແດງຢູ່ຫວຽດນາມ ເພື່ອພົບປະໂດຍກົງກັບຄູ່ຮ່ວມມື ເພື່ອແນໃສ່ຄົ້ນພົບຄວາມຕ້ອງການຮ່ວມມືຂອງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ