ມີສອງສະຖານທີຕື່ມອີກຂອງ ອາຊຽນ ໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນມໍລະດົກໂລກ

(VOVWORLD) -UNESCO ຮັບຮອງ ທົ່ງໄຫຫີນ ຊຽງຂວາງ ຂອງ ລາວ ເປັນມໍລະດົກໂລກ.
ມີສອງສະຖານທີຕື່ມອີກຂອງ ອາຊຽນ ໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນມໍລະດົກໂລກ  - ảnh 1 ກຸງເກົ່າ Bagan ຂອງ ມຽນມາ (ພາບ: Getty Images)

ໃນກອງປະຊຸມຖະແຫຼງຂ່າວ ທີ່ຈັດຂຶ້ນໃນວັນທີ 06 ກໍລະກົດ ຢູ່ Baku, ອາແຊກໄບຢານ  ອົງການວິທະຍາສາດ, ການສຶກສາ ແລະ ວັດທະນະທໍາ ສປຊ (UNESCO) ໄດ້ຮັບຮອງ ກຸງເກົ່າ Bagan ຂອງ ມຽນມາ ແມ່ນມໍລະດົກໂລກ. ນັບແຕ່ດົນນານມາແລ້ວ, ກຸງເກົ່າ Bagan  ຂອງ ມຽນມາ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ບໍ່ອາດພາດໂອກາດແວ່ຢາມຂອງແຂກທ່ອງທ່ຽວ ເມື່ອໄປຮອດປະເທດນີ້. Bagan ແມ່ນເຂດທີ່ມີທາດ, ວັດວາອາຮາມ, ພະວິຫານ ແລະ ບັນດາກິດຈະກໍາອື່ນໆກວ່າ 3500 ແຫ່ງ ທີ່ໄດ້ຮັບການກໍ່ສ້າງມາແຕ່ສະຕະວັດທີ 11 ຫາ ສະຕະວັດທີ 13.

ມີສອງສະຖານທີຕື່ມອີກຂອງ ອາຊຽນ ໄດ້ຮັບການຮັບຮອງຈາກ UNESCO ວ່າ ແມ່ນມໍລະດົກໂລກ  - ảnh 2ທົ່ງໄຫຫີີນ ຊຽງຂວາງ ຂອງ ລາວ (ພາບ:  Getty Images)

        ແລະ ກໍໃນວັນດຽວກັນ, UNESCO ກໍໄດ້ຮັບຮອງ ທົ່ງໄຫຫີີນ ຊຽງຂວາງ ຂອງ ລາວ ເປັນມໍລະດົກໂລກເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ