ມີຫລາຍຈຸດໃຫມ່ໃນຮ່າງກົດໝາຍວ່າດ້ວຍການຫນູນຊ່ວຍວິສາຫະກິດຂະຫນາດກາງແລະນ້ອຍ

ມີຫລາຍຈຸດໃຫມ່ໃນຮ່າງກົດໝາຍວ່າດ້ວຍການຫນູນຊ່ວຍວິສາຫະກິດຂະຫນາດກາງແລະນ້ອຍ - ảnh 1
ກອງ​ປະ​ຊຸມ​ສຳ​ມະ​ນາ​ຮັບ​ເອົາ​ຄຳ​ເຫັນ​ກ່ຽວ​ກັບ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ໜ​ູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ ແລະ ກາງ

(vovworld)- ຕອນ​ບ່າຍ​ວັນ​ທີ 22/2, ກຳ​ມາ​ທິ​ການ​ເສດ​ຖະ​ກິດ​ຂອງ​ສະ​ພາ​ແຫ່ງ​ຊາດ ໄດ້​ສົມ​ທົບ​ກັບ ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ​ເພື່ອ​ຮັບ​ເອົາ​ຄຳ​ເຫັນ​ກ່ຽວ​ກັບ ຮ່າ​ງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ.  ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ ໄດ້​ຮັບ​ການ​ສ້າງ​ຕາມ​ທິດ​ປະ​ຕິ​ບັດ​ຕາມ​ຫລັກ​ການ​ການ​ຕະ​ຫລາດ, ຫນູນ​ຊ່ວຍ​ວິ​ສາ​ຫະ​ກິດ​ໃນ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ໝັ້ນ​ທ່ຽງ​ໂດຍ​ມີການ​ກຳ​ນົດ​ເວ​ລາ.​ ທ່ານ​ໂຕ​ຮ່​ວາຍ​ນາມ, ຮອງ​ປະ​ທານ ທັງ​ເປັນ​ເລ​ຂາ​ທິ​ການ ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ຫວຽດ​ນາມ ຖື​ວ່າ:

“ຮ່າງ​ກົດ​ໝາຍ​ສະ​ບັບ​ໃຫມ່ນີ້​ແມ່ນ​ມີ​ຄ​ວາມ​ສົມ​ບູນ​ແບບ​ພໍ​ສົມ​ຄວນ, ແກ້​ໄຂ​ໄດ້​ຂໍ້​ຄົງ​ຄ້າງ​ທັງ​ໝົດ ຊື່ງວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ພວມ​ປະ​ສົບ ເມື່ອ​ປະ​ຕິ​ບັດ​ກົດ​ໝາຍ ແລະ ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຈາກ​ລັດ.” ເມື່ອ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ, ບັນ​ດາ​ຜູ້​ແທນ​ຖື​ວ່າ ຮ່າງ​ກົດ​ໝ າຍ​ຄວນ​ຍົກ​ສູງ​ສິດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ມາ​ຄົມ, ສະ​ຫະ​ສະ​ມາ​ຄົມ​ຕາງ​ຫນ້າ​ໃຫ້​ວິ​ສາ​ຫະ​ກິດ​ຄື: ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ ຫວຽດ​ນາມ, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ, ຊີ້​ແຈ້ງ​ອົງ​ການ​ປະ​ຕິ​ບັດ​ການ​ຫນູນ​ຊ່ວຍ ແລະ ມອບ​ຫນ້າ​ທີ່​ໃຫ້​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ ແລະ ທ້ອງ​ຖິ່ນ, ຮັບ​ປະ​ກັນ​ການ​ຜັນ​ຂະ​ຫຍາຍ​ກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ. 


ຂ່າວ/ບົດ​ອື່ນ