ມີຫຼາຍຄົນ​​ໄດ້​ຮັບ​ບາດ​ເຈັບ​​ ແລະ ເສຍ​ຊີ​ວິດໃນ​ການ​ແຫ່​ຂະ​ບວ​ນ​ປະ​ທ້ວງ​ເພື່ອ​ຄັດ​ຄ້ານຜົນ​ຂອງ​ການ​ເລືອກ​ຕັ້ງ 2019 ຢູ່ ຈາ​ກາ​ຕາ

(VOVWORLD) - ມາຮອດປັດຈຸບັນ, ມີ ຕຳຫຼວດ ແລະ ພາລະກອນກອງທັບ 40.000 ຄົນ ພວມປະຕິບັດໜ້າທີ່ໃນທົ່ວຈາກາຕາເພື່ອພະຍາຍາມຮັກສາຄວາມສະຫງົບ.

ມີຫຼາຍຄົນ​​ໄດ້​ຮັບ​ບາດ​ເຈັບ​​ ແລະ ເສຍ​ຊີ​ວິດໃນ​ການ​ແຫ່​ຂະ​ບວ​ນ​ປະ​ທ້ວງ​ເພື່ອ​ຄັດ​ຄ້ານຜົນ​ຂອງ​ການ​ເລືອກ​ຕັ້ງ 2019 ຢູ່ ຈາ​ກາ​ຕາ - ảnh 1ຕຳຫຼວດ ອິນໂດເນເຊຍ ຈັບຜູ້ແຫ່ຂະບວນປະທ້ວງ ໃນຕອນເຊົ້າວັນນີ້ (ພາບ:  reuters.com)

        ວັນທີ 22 ພຶດສະພາ, ທ່ານ Anies Baswedan ເຈົ້າຄອງນະຄອນ ຈາກາຕາ ໃຫ້ຮູ້ວ່າ  ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 6 ຄົນ ແລະ 200 ຄົນ ໄດ້ຮັບບາດເຈັບ ໃນບັນດາການແຫ່ຂະບວນປະທ້ວງທີ່ຖືກກາຍເປັນການຈະລາຈົນເຊິ່ງເກີດຂຶ້ນຢູ່ ນະຄອນຫຼວງ ຈາກາຕາ. ການແຫ່ຂະບວນປະທ້ວງໄດ້ດຳເນີນພາຍຫຼັງທີ່ຄະນະກຳມະການເລືອກຕັ້ງ ອິນໂດເນເຊຍ (KPU) ໄດ້ປະກາດຜົນຂອງການເລືອກຕັ້ງປະທານາທິບໍດີປະເທດນີ້ ໃນວັນທີ 21 ພຶດສະພາ ດ້ວຍໄຊຊະນະເປັນຂອງທ່ານ Joko Widodo ປະທານາທິບໍດີ  ແລະ ບັນດາພັນທະມິດ. ການແຫ່ປະທ້ວງດັ່ງກ່າວແມ່ນການຄັດຄ້ານຂອງບັນດາຜູ້ສະໜັບສະໜູນໃຫ້ທ່ານ Prabowo Subianto ອະດີດນາຍພົນທະຫານ ແລະ ບັນດາຜູ້ທີ່ຖືວ່າມີການລັກລອບໃນການເລືອກຕັ້ງ. ປັດຈຸບັນ, ຜູ້ແຫ່ຂະບວນປະທ້ວງຍັງເຕົ້າໂຮມກັນຢ່າງຫຼວງຫຼາຍຢູ່ ເຂດອ້ອມແອ້ມຫ້ອງວ່າການໃຈກາງ ຈາກາຕາ ຂຶ້ນກັບອົງການຕິດຕາກວດກາການເລືອກຕັ້ງ (Bawaslu) ແລະ KPU.

        ຕາມຕຳຫຼວດອິນໂດເນເຊຍແລ້ວ, ບັນດາການແຫ່ຂະບວນປະທ້ວງໄດ້ເລີ່ມຕົ້ນຢ່າງສະຫງົບ ແລະ ເປັນ ລະບຽບຮຽບຮ້ອຍ ຫຼັງຈາກນັ້ນຈິ່ງຮ້າຍແຮງຂຶ້ນ, ພິເສດແມ່ນໃນຕອນຄ່ຳວັນທີ 21 ພຶດສະພາ, ເຮັດໃຫ້ຕຳຫຼວດຕ້ອງ ຍິງແກັດນ້ຳຕາເພື່ອສະຫຼາຍກຸ່ມຄົນ. ໂຄສົກຂອງຕຳຫຼວດ ອິນໂດເນເຊຍ ຢັ້ງຢືນວ່າຕຳຫຼວດ ອິນໂດເນເຊຍ ຈັບໄດ້ 20 ຄົນທີ່ຖືກກ່າວຫາວ່າຢູ່ເບື້ອງຫຼັງການປຸກປັ່ນກຸ່ມຄົນກໍ່ຄວາມວຸ້ນວາຍ, ຈະລາຈົນ . ມາຮອດປັດຈຸບັນ, ມີ ຕຳຫຼວດ ແລະ ພາລະກອນກອງທັບ 40.000 ຄົນ ພວມປະຕິບັດໜ້າທີ່ໃນທົ່ວຈາກາຕາເພື່ອພະຍາຍາມຮັກສາຄວາມສະຫງົບ.

        ເຮຶອງຈ່າ - ນັກຂ່າວ VOV

ຕອບກັບ

ຂ່າວ/ບົດ​ອື່ນ