ມີຫຼາຍຄຳເຫັນຂອງຜູ້ມີສິດເລືອກຕັ້ງຝາກເຖິງກອງປະຊຸມສະໄໝສາມັນເທື່ອທີ11,ສະພາແຫ່ງຊາດຊຸດທີ13

ມີຫຼາຍຄຳເຫັນຂອງຜູ້ມີສິດເລືອກຕັ້ງຝາກເຖິງກອງປະຊຸມສະໄໝສາມັນເທື່ອທີ11,ສະພາແຫ່ງຊາດຊຸດທີ13 - ảnh 1
ທ່ານ ຫວູວັນນີງ ພົບປະກັບຜູ້ມີສິດເລືອກຕັ້ງແຂວງ ນາມດິ້ງ
(ພາບ: VGP/Thành Chung. )

(vovworld) – ​ເພື່ອ​ກະກຽມ​ໃຫ້​ແກ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 11, ສະພາ​ແຫ່ງ​ຊາດ​ຊຸຸດທີ 13, ວັນ​ທີ 7/3, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງຢູ່​ເມືອງ ຈືກນີງ, ນະຄອນ ນາມ​ດິ້ງ. ​ຜູ້​ມີ​ສິດ​ເລືອກ​ຕັ້ງສະ​ເໜີ​ໃຫ້​ລັດ​ຕ້ອງ​ມີ​ນະ​ໂຍບາຍ​ໜູນ​ຊ່ວຍ​ສຳລັບ​ເຂດ​ປູກ​ເຂົ້າ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ອູ່​ນອ່ຽນ​ໃຈ​ຕິດ​ພັນ​ກັບ​ທົ່ງ​ນາ, ສືບ​ຕໍ່​ປະຕິບັດ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີປະສິດທິ​ຜົນ ເໝາະ​ສົມ​ກັບ​ສະພາບ​ຕົວ​ຈິງ​ຢູ່​ທ້ອງ​ຖີ່​ນ ​ເພື່ອ​ແນ​ໃສ່​ບັນ​ລຸ​ຈຸດໝາຍ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ. ​ຜູ້​ມີ​ສິດ​ເລືອກ​ຕັ້ງ ປາດ​ຖະໜາ​ວ່າ: ລັດ​ສ້າ​ງ​ເງື່ອນ​ໄຂ​ລົງທຶນ, ຍົກ​ລະ​ດັບ, ​ເປີດ​ກ້ວາງ​ບັນດາທາງ​ຄົມມະນາຄົມ​ຕົ້ນ​ຕໍ່ຂອງ​ແຂວງ ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ພັດທະນາ​ເສດຖະກິດ - ສັງຄົມ​, ຫລຸດຜ່ອນ​ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ ຮັບ​ຮູ້​ບັນດາ​ຄຳ​ເຫັນ, ຄຳສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ

 ​ແລະ ຈະ​ຍື່ນ​ສະ​ເໜີ​ຕໍ່​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ກ່ຽວຂ້ອງ​ພິຈາລະ​ນາ, ​ແກ້​ໄຂ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ​ເວື​ອງດິ່ງ​ເຫ້ວ, ຫົວໜ້າ​ຄະນະ​ເສດຖະກິດ​ສູນ​ກາງ ​ໄດ້​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່​ເມືອງ ​​ໄຕ​ເຊ​ີນ, ​ແຂວງ ບີ່​ງດິ້ງ.


ຂ່າວ/ບົດ​ອື່ນ