ມີຫຼາຍຄຳໝັ້ນສັນຍາຊຸກຍູ້ການແກ້ໄຂສະພາບອົບພະຍົບຈາກ ອາເມລິກາກາງ ໄປເຖິງ ອາເມລິກາ

(VOVWORLD) -ຖະແຫຼງການຂອງທຳນຽບຂາວຊີ້ແຈ້ງຈຸດປະສົງຂອງບັນດາບ້ວງເງິນໜູນຊ່ວຍດັ່ງກ່າວແມ່ນເພື່ອ “ນຳມາເຊິ່ງຄວາມຫວັງໃຫ້ແກ່ປະຊາຊົນຢູ່ພາກພື້ນ ເພື່ອສ້າງຊີວິດປອດໄພ ແລະ ວັດທະນະຖາວອນຢູ່ເຂດບ້ານເກີດເມືອງນອນຂອງເຂົາເຈົ້າ”.
ມີຫຼາຍຄຳໝັ້ນສັນຍາຊຸກຍູ້ການແກ້ໄຂສະພາບອົບພະຍົບຈາກ ອາເມລິກາກາງ ໄປເຖິງ ອາເມລິກາ - ảnh 1(ພາບປະກອບ: AFP/TTXVN)

ວັນທີ 07 ມິຖຸນາ, ທ່ານຮອງປະທານາທິບໍດີ ອາເມລິກາ Kamala Harris ໄດ້ປະກາດບັນດາຄຳໝັ້ນສັນຍາທີ່ມີມູນຄ່າ 1,9 ຕື້ USD ກ່ຽວກັບການສ້າງວຽກເຮັດງານທຳໃນກຸ່ມວິສາຫະກິດພາກເອກະຊົນ ເພື່ອແນໃສ່ຫຼຸດຜ່ອນອົບພະຍົບຈາກ ອາເມລິກາກາງ ໄປຜ່ານ ເມັກຊີໂກ ເພື່ອໄປຍັງ ອາເມລິກາ. ຖະແຫຼງການຂອງທຳນຽບຂາວຊີ້ແຈ້ງຈຸດປະສົງຂອງບັນດາບ້ວງເງິນໜູນຊ່ວຍດັ່ງກ່າວແມ່ນເພື່ອ “ນຳມາເຊິ່ງຄວາມຫວັງໃຫ້ແກ່ປະຊາຊົນຢູ່ພາກພື້ນ ເພື່ອສ້າງຊີວິດປອດໄພ ແລະ ວັດທະນະຖາວອນຢູ່ເຂດບ້ານເກີດເມືອງນອນຂອງເຂົາເຈົ້າ”.

        ລະອຽດແມ່ນ, ກຸ່ມບໍລິສັດ Visa ໃຫ້ຄຳໝັ້ນສັນຍາລົງທຶນ 270 ລ້ານ USD ໃນຮອບເວລາ 5 ປີ ເພື່ອສ້າງເງື່ອນໄຂໃຫ້ວິສາຫະກິດ 1 ລ້ານແຫ່ງ ແລະ ຜູ້ບໍລິໂພກ 6,5 ລ້ານຄົນ ຢູ່ບັນດາປະເທດເຂົ້າຮ່ວມລະບົບການເງິນທາງການ. ສະເພາະບໍລິສັດຜະລິດເຄື່ອງອາໄຫຼ່ລົດໂອໂຕ Yazaki ຂອງຍີ່ປຸ່ນ ສາຂາ ອາເມລິກາເໜືອ ຈະລົງທຶນ 110 ລ້ານ USD ແລະ ຮັບຜູ້ອອກແຮງງານໃໝ່ກວ່າ 14.000 ຄົນ ຢູ່ບັນດາປະເທດ Guatemala ແລະ El Salvador…

ຕອບກັບ

ຂ່າວ/ບົດ​ອື່ນ