ມອບຂໍ້ຕົກລົງແຕ່ງຕັ້ງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 30 ມິຖຸນາ, ຢູ່ສູນກະຈ່າຍສຽງຫວຽດນາມທີ່ເຮືອນເລກທີ 58 ຖະໜົນ ກວານຊື , ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຝ້າມບິງມິນໄດ້ ມອບຂໍ້ຕົກລົງແຕ່ງຕັ້ງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ ໃຫ້ແກ່ ທ່ານ ໂດ້ຕ້ຽນຊີ້, ກຳມະການສູນການພັກ, ສ.ສ.ຊ
ມອບຂໍ້ຕົກລົງແຕ່ງຕັ້ງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງຫວຽດນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຝ້າມບິງມິນໄດ້ ມອບຂໍ້ຕົກລົງແຕ່ງຕັ້ງຜູ້ອຳນວຍການໃຫຍ່ VOV ໃຫ້ແກ່ ທ່ານ ໂດ້ຕ້ຽນຊີ້

      ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຝ້າມບິງມິນ ໄດ້ສະແດງຄວາມຫວັງວ່າ ທ່ານ ໂດ້ຕ້ຽນຊີ້ ພ້ອມກັບໝູ່ຄະນະພະນັກງານ ວິທະຍຸກະຈາຍສຽງຫວຽດນາມ ຈະມານະພະຍາຍາມ ສູ້ຊົນຢ່າງບໍ່ຢຸດຢັ້ງ ເພື່ອສົມເປັນ “ສຽງຂອງຫວຽດນາມ” ,

     ໃນໄລຍະທີ່ຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຝ້າມບິງມິນ ໄດ້ສະເໜີ ວິທະຍຸກະຈາຍສຽງຫວຽດນາມ ສືບຕໍ່ປະຕິບັດວຽກງານບຳລຸງກໍ່ສ້າງພະນັກງານ, ນັກຂ່າວ, ບັນນາທິການ, ນັກເຕັກນິກ, ຍູ້ແຮງການຄົ້ນຄ້ວານຳໃຊ້ເຕັກໂນໂນໂລຢີທັນສະໄໝ ເຂົ້າໃນການຜະລິດລາຍການ ໃຫ້ສອດຄ່ອງກັບທ່າອຽງຂອງພາກພື້ນ ແລະ ໂລກ, ປົກປັກຮັກສາຄວາມປອດໄພຢູ່ຮາກຖານຕ່າງໆຂອງ ວິທະຍຸກະຈາຍສຽງຫວຽດນາມ

ຕອບກັບ

ຂ່າວ/ບົດ​ອື່ນ