ມອບຂອງຂວັນບຸນປີໃໝ່ປະຈຳຊາດໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຄົນທຸກຍາກຢູ່ແຂວງ ຮ່ານາມ

(VOVWORLD) - ຄະນະໄດ້ມອບຂອງຂວັນບຸນປີໃໝ່ປະຈຳຊາດ 100 ພຸດ ໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຕາແສງ ວັນລີ ແລະ ຕາແສງ ເຮີບລີ, ເມືອງ ຫລີ໋ເຍີນ, ແຂວງ ຮ່ານາມ, ແຕ່ລະພຸດມີມູນຄ່າ 1.100.000 ດົ່ງ. 
ມອບຂອງຂວັນບຸນປີໃໝ່ປະຈຳຊາດໃຫ້ຄອບຄົວເປົ້າໝາຍນະໂຍບາຍ, ຄົນທຸກຍາກຢູ່ແຂວງ ຮ່ານາມ - ảnh 1 ທ່ານ ມາຍຕ໋ຽນຢຸງ ມອບຂອງຂວັນບຸນປີໃໝ່ປະຈຳຊາດໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ (ພາບ: ອິນເຕີແນັດ)

ວັນທີ 28 ມັງກອນ, ສູນກາງສະພາກາແດງ ຫວຽດນາມ ໃຫ້ຮູ້ວ່າ: ຄະນະປະຕິບັດງານຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍທ່ານ ມາຍຕ໋ຽນຢຸງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ ແລະ ຜູ້ຕາງໜ້າສູນກາງສະພາກາແດງ ຫວຽດນາມ ໄດ້ມາຢ້ຽມຢາມ ແລະ ມອບຂອງຂວັນບຸນປີໃໝ່ປະຈຳຊາດໃນລາຍການ “ບຸນປີໃໝ່ປະຈຳຊາດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ຂອງສະພາກາແດງ ຫວຽດນາມ ຢູ່ເມືອງ ຫຼີ໋ເຍີນ, ແຂວງ ຮ່ານາມ. ຄະນະໄດ້ມອບຂອງຂວັນບຸນປີໃໝ່ປະຈຳຊາດ 100 ພຸດ ໃຫ້ບັນດາຄອບຄົວທຸກຍາກ, ຄອບຄົວເປົ້າໝາຍນະໂຍບາຍ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຢູ່ຕາແສງ ວັນລີ ແລະ ຕາແສງ ເຮີບລີ, ເມືອງ ຫລີ໋ເຍີນ, ແຂວງ ຮ່ານາມ, ແຕ່ລະພຸດມີມູນຄ່າ 1.100.000 ດົ່ງ.

        ຕອນຄ່ຳວັນທີ 28 ມັງກອນ, ລາຍການ “ບຸນເຕັດເຮັດສິ່ງທີ່ດີ” ລະດູບານໃໝ່ປີຈໍ 2018 ໂດຍສະມາຄົມຊາວນານະຄອນ ໂຮ່ຈີມິນ ສົມທົບກັບໂທລະພາບນະຄອນ ໂຮ່ຈີມິນ (HTV) ຈັດຕັ້ງ, ສາມາດລະດົມເງິນບໍລິຈາກໄດ້ກ່ວາ 11 ຕື້ດົ່ງ ເພື່ອຊ່ວຍເຫຼືອຄົນທຸກຍາກໃນໂອກາດບຸນເຕັດ.

ຕອບກັບ

ຂ່າວ/ບົດ​ອື່ນ