ມອບ​ຂອງ​ຂວັນ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ນັກ​ຮົບ​ເກົ່າ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 75 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍສະຫຼະ​ຊີ​ວິດ​ເພື່ອ​ຊາດ

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2022), ຕອນບ່າຍວັນທີ 21 ກໍລະກົດ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ໄປຢ້ຽມຢາມ ມອບຂອງຂວັນໃຫ້ແກ່ສູນກາງສະມາຄົມນັກຮົບເກົ່າ ຫວຽດນາມ.
ມອບ​ຂອງ​ຂວັນ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ​ຕໍ່​ນັກ​ຮົບ​ເກົ່າ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 75 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ - ນັກ​ຮົບ​ເສຍສະຫຼະ​ຊີ​ວິດ​ເພື່ອ​ຊາດ - ảnh 1ທ່ານພົນເອກ ຟານວັນຢາງ ມອບຂອງຂວັນໃຫ້ແກ່ສະມາຄົມນັກຮົບເກົ່າ ຫວຽດນາມ (ພາບ: qdnd.vn)

ໂດຍສະແດງຄວາມຮູ້ບຸນຄຸນຕໍ່ການເສຍສະຫຼະ, ການອຸທິດສ່ວນ, ການປະກອບສ່ວນຢ່າງໃຫຍ່ຫຼວງຂອງນັກຮົບເກົ່າທຸກລຸ້ນຄົນ ຕໍ່ພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບແລະ ວິວັດການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ, ທ່ານພົນເອກ ຟານວັນຢາງ ມີຄວາມຫວັງວ່າ ໃນໄລຍະຈະມາເຖິງດ ນັກຮົບເກົ່າ ຫວຽດນາມ ລຸ້ນຕ່າງໆ ຈະສືບຕໍ່ມີການປະກອບສ່ວນຫຼາຍກ່ວາອີກຕໍ່ການພັດທະນາຂອງກອງທັບ ແລະ ປະເທດຊາດ.

ກໍ່ໃນຕອນບ່າຍວັນທີ 21 ກໍລະກົດ, ທ່ານ ຫງວຽນຮ່ວາບິ່ງ ປະທານສານປະຊາຊົນສູງສຸດ ໄດ້ລົງຢ້ຽມຢາມ, ມອບຂອງຂວັນຢູ່ສູນເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປ່ວຍໜັກ ແລະ ປິ່ນປົວບຳລຸງສຸຂະພາບໃຫ້ແກ່ຜູ້ມີຄຸນງາມຄວາມດີ ແຂວງ ຮ່ານາມ. ນະທີ່ນີ້, ທ່ານ ຫງວຽນຮ່ວາບິ່ງ ໄດ້ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ສະຫງວນຄວາມເອົາໃຈໃສ່ພິເສດຕໍ່ທະຫານເສຍອົງຄະ, ທະຫານເຈັບປ່ວຍ ທີ່ໄດ້ສະຫງວນໄລຍະໄວໜຸ່ມຂອງຕົນ ເພື່ອຄວາມສະຫງົບສຸກຂອງປະເທດຊາດ, ທ່ານກໍ່ຫວັງວ່າ ບັນດາພະນັກງານ, ແພດໝໍ ຂອງສູນຈະສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ປະຕິບັດໜ້າທີ່ເບິ່ງແຍງດູແລທະຫານເສຍອົງຄະ, ທະຫານເຈັບປ່ວຍ ແລະ ຜູ້ມີຄຸນງາມຄວາມດີ ໃຫ້ເປັນຢ່າງດີ.

ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນທະຫານເສຍອົງຄະ - ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2022) ແລະ 93 ປີແຫ່ງວັນສ້າງຕັ້ງກຳມະບານ ຫວຽດນາມ (28 ກໍລະກົດ 1929 – 28 ກໍລະກົດ 2022), ຕອນບ່າຍວັນທີ 21 ກໍລະກົດ, ທ່ານຮອງປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຟານວັງແອັງ ໄດ້ມອບງົບປະມານເປັນຈຳນວນ 600 ລ້ານດົ່ງ ໜູນຊ່ວຍການກໍ່ສ້າງ, ສ້ອມແປງເຮືອນແຫ່ງຄວາມຮັກ ໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍຢູ່ບໍລິເວນແຂວງກ໋ວາງຈິ.

ແລະກໍ່ໃນຕອນເຊົ້າວັນທີ 22 ກໍລະກົດ, ຢູ່ນະຄອນ ຮ່າຕິງ (ແຂວງຮ່າຕິງ), ທ່ານ ຫງວຽນຊວັນທັ໊ງ ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ປະທານສະພາທິດສະດີ ສູນກາງ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ອາໄສຫາ ບັນດານັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດຢູ່ເຂດສຸສານນັກຮົບເສນສະຫຼະຊີວິດເພື່ອຊາດຢູ່ ນ່າຍທັ໊ງ ພ້ອມກັບຄະນະປະຕິບັດງານ ມາຢື້ຢາມຖາມຂ່າວ, ລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ບາງຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ມີຄຸນງາມຄວາມດີ ໃນບໍລິເວນນະຄອນຮ່າຕິງ, ມອບຂອງຂວັນ 150 ພູດໃຫ້ແກ່ບັນດາຄອບຄົວທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ໃນບໍລິເວນແຂວງ ຮ່າຕິງ.

ຕອບກັບ

ຂ່າວ/ບົດ​ອື່ນ