ມອບ​ຂອງ​ຂວັນ​ໃຫ້​ແກ່​ກຳ​ມະ​ກອນ, ລັດ​ຖະ​ກອນ ແລະ ຊາວ​ຜູ້​ອອກ​ແຮງ​ງານ​ທີ່​ເຮັດ​ວຽກ​ໃນ​ວັນ​ກຳ​ມະ​ກອນ​ສາ​ກົນ ທີ 1 ພຶດ​ສະ​ພາ

(VOVWORLD) -ວັນທີ 1 ພຶດສະພາ, ສະຫະພັນແຮງງານ ແຂວງ ກຽນຢາງ ໄດ້ຈັດສົ່ງຄະນະໄປຢ້ຽມຢາມ, ລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ, ລັດຖະກອນ, ຊາວຜູ້ອອກແຮງງານທີ່ເຮັດວຽກໃນວັນກຳມະກອນສາກົນ ວັນທີ 1 ພຶດສະພາ ຢູ່ເຂດອຸດສາຫະກຳ ທ່າກ່ຳປັ່ນປ່າ ຕັກເກົ້າ, ຕາແສງ ບິ່ງອານ, ເມືອງ ເຈົາແທ່ງ; ທິມງານເຮັດອະນາໄມເກັບຂີ້ເຫຍື້ອ - ບໍລິສັດຫຸ້ນສ່ວນພັດທະນາຕົວເມືອງ ກຽນຢາງ ແລະ ໂຮງໝໍຫຼາຍຂະແໜງແຂວງ, ໂຮງໝໍ ແມ່ ແລະ ເດັກ ກຽນຢາງ.

ໂດຍນອນຂອບເຂດການເຄື່ອນໄຫວຂອງເດືອນກຳມະກອນ ປີ 2021, ວັນທີ 1 ພຶດສະພາ, ສະຫະພັນແຮງງານ ແຂວງ ກຽນຢາງ ໄດ້ຈັດສົ່ງຄະນະໄປຢ້ຽມຢາມ, ລະດົມກຳລັງໃຈ ແລະ ມອບຂອງຂວັນໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ, ລັດຖະກອນ, ຊາວຜູ້ອອກແຮງງານທີ່ເຮັດວຽກໃນວັນກຳມະກອນສາກົນ ວັນທີ 1 ພຶດສະພາ ຢູ່ເຂດອຸດສາຫະກຳ ທ່າກ່ຳປັ່ນປ່າ ຕັກເກົ້າ, ຕາແສງ ບິ່ງອານ, ເມືອງ ເຈົາແທ່ງ; ທິມງານເຮັດອະນາໄມເກັບຂີ້ເຫຍື້ອ - ບໍລິສັດຫຸ້ນສ່ວນພັດທະນາຕົວເມືອງ ກຽນຢາງ ແລະ ໂຮງໝໍຫຼາຍຂະແໜງແຂວງ, ໂຮງໝໍ ແມ່ ແລະ ເດັກ ກຽນຢາງ.

        ຢູ່ບັນດາສະຖານທີ່ດັ່ງກ່າວ, ທ່ານປະທານສະຫະພັນແຮງງານແຂວງ ກຽນຢາມ ເຈິ່ນແທັງຫວຽດ ໄດ້ຢື້ຢາມຖາມຂ່າວ, ຍ້ອງຍໍຊົມເຊີຍບັນດາສະມາຊິກກຳມະບານ, ກຳມະກອນ, ລັດຖະກອນ, ຜູ້ອອກແຮງງານ ທີ່ໄດ້ຍົກສູງນ້ຳໃຈຄວາມຮັບຜິດຊອບ, ປະຕິບັດບັນດາວຽກງານທີ່ໄດ້ຮັບການມອບໝາຍໄດ້ເປັນຢ່າງດີ, ການຜະລິດບັນລຸປະສິດທິຜົນ. ຄະນະປະຕິບັດງານໄດ້ມອບຂອງຂວັນໃຫ້ກຳມະກອນແຕ່ລະຄົນ ມີມູນຄ່າ 500.000 ດົ່ງ ແລະ ແຕ່ລະ ທິມງານທ່ານໝໍ, ພະຍາບານປະຈໍາການຢູ່ ໂຮງໝໍ ທິມລະ 2 ລ້ານດົ່ງ. 

ຕອບກັບ

ຂ່າວ/ບົດ​ອື່ນ