ມອບລາງວັນ ສຽງເວົ້າ ຫວຽດນາມ 2022

(VOVWORLD) -ນີ້ແມ່ນຮູບແບບຍ້ອງຍໍເຊີດຊູມອບລາງວັນ ເພື່ອແນໃສ່ປຸກລະດົມຈິດໃຈແຂ່ງຂັນ, ປະດິດຄິດສ້າງໃນການເຄື່ອນໄຫວດ້ານວິຊາການ, ວຽກງານວິຊາສະເພາະ ແລະ ແມ່ນວັນບຸນຂອງພະນັກງານ, ນັກຂ່າວ, ບັນນາທິການ...
ມອບລາງວັນ ສຽງເວົ້າ ຫວຽດນາມ 2022 - ảnh 1(ທ່ານຜູ້ອຳນວຍການໃຫຍ່ VOV ໂດ້ຕຽນຊີ)

        ຕອນຄ່ຳວັນທີ 06 ກັນຍາ, ຢູ່ສູນກະຈາຍສຽງແຫ່ງຊາດ, ທີ່ເຮືອນເລກທີ 58, ຖະໜົນ ກວານຊື, ຮ່າໂນ້ຍ, ໄດ້ດຳເນີນພິທີມອບລາງວັນ ສຽງເວົ້າ ຫວຽດນາມ 2022. ປີນີ້ແມ່ນເທື່ອທີ 6 ທີ່ລາງວັນ ສຽງເວົ້າ ຫວຽດນາມ ໄດ້ຈັດຂຶ້ນ, ດຳເນີນໄປກົງກັບໂອກາດວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (VOV). ນີ້ແມ່ນຮູບແບບຍ້ອງຍໍເຊີດຊູມອບລາງວັນ ເພື່ອແນໃສ່ປຸກລະດົມຈິດໃຈແຂ່ງຂັນ, ປະດິດຄິດສ້າງໃນການເຄື່ອນໄຫວດ້ານວິຊາການ, ວຽກງານວິຊາສະເພາະ ແລະ ແມ່ນວັນບຸນຂອງພະນັກງານ, ນັກຂ່າວ, ບັນນາທິການ, ນັກເຕັກນິກ, ນັກສິລະປິນ… ຂອງ VOV. ທ່ານຜູ້ອຳນວຍການໃຫຍ່ VOV ໂດ້ຕຽນຊີ, ຢືນຢັນວ່າ.

        “ການຫັນເປັນດີຈີຕອນ ບໍ່ພຽງແຕ່ແມ່ນການຫັນປ່ຽນທາງດ້ານເຕັກໂນໂລຊີ, ວິທີເຮັດເທົ່ານັ້ນ, ຫາກສຳຄັນທີ່ສຸດນັ້ນແມ່ນ, ການປ່ຽນແປງດ້ານຈິນຕະນາການ, ຈາກຂັ້ນຄຸ້ມຄອງ, ການນຳ ຕະຫຼອດຮອດຂອດຕ່າງໆ, ບັນດາຂອດຂອງການຜະລິດ ແລະ ຈຳໜ່າຍຜະລິດຕະພັນສື່ມວນຊົນ. ນີ້ແມ່ນມາດຕະການແກ້ໄຂບຸກທະລຸ, ມີຄວາມໝາຍຕັດສິນເຖິງຄວາມຄົງຕົວ ແລະ ພັດທະນາຂອງບັນດາອົງການສື່ມວນຊົນເວົ້າລວມ ແລະ VOV ເວົ້າສະເພາະໃນໄລຍະໃໝ່. ແຕ່ປີ 2023, ລາງວັນ ສຽງເວົ້າ ຫວຽດນາມ ຈະປ່ຽນຊື່ເປັນ ລາງວັນສຽງເວົ້າ ຫວຽດນາມ - ດວງດາວເດືອນ ກັນຍາ”.

        ພາຍຫຼັງການປຸກລະດົມ ແລະ ກວດແກ້ເປັນເວລາ 1 ປີ, ຄະນະຈັດຕັ້ງໄດ້ຄັດເລືອກມອບລາງວັນສຽງເວົ້າ ຫວຽດນາມ ປີ 2022 ລວມມີ: 5 ລາງວັນ A, 9 ລາງວັນ B, 11 ລາງວັນ C ໃຫ້ແກ່ 4 ຂົງເຂດໃຫ້ຄະແນນ.

ຕອບກັບ

ຂ່າວ/ບົດ​ອື່ນ