ມອບລາງວັນ ແລະ ງານວາງສະແດງການແຂ່ງຂັນຮູບຖ່າຍສິລະປະສາກົນ “ຄວາມເອກອ້າງທະນົງໃຈ ຮ່າໂນ້ຍ”

(VOVWORLD) - ຕອນບ່າຍວັນທີ 10 ຕຸລາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງພິທີມອບລາງວັນ ແລະ ງານວາງສະແດງການແຂ່ງຂັນຮູບຖ່າຍສິລະປະສາກົນ “ຄວາມເອກອ້າງທະນົງໃຈ ຮ່າໂນ້ຍ” ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນປົດປ່ອຍນະຄອນຫລວງ. 

ພາຍຫລັງການປຸກລະດົມມາເປັນເວລາ 9 ເດືອນ, ຄະນະຈັດຕັ້ງໄດ້ຮັບຮູບຖ່າຍ 2.659 ແຜ່ນຈາກນັກຖ່າຍຮູບ 430 ຄົນທີ່ມາຈາກ 8 ປະເທດລວມມີ: ຫວຽດນາມ, ອິນເດຍ, ສິງກະໂປ, ມາເລເຊຍ, ມຽນມາ, ແອັດສະປາຍ, ຟີລິບປີນ ແລະ ຍີ່ປຸ່ນ.

ມອບລາງວັນ ແລະ ງານວາງສະແດງການແຂ່ງຂັນຮູບຖ່າຍສິລະປະສາກົນ “ຄວາມເອກອ້າງທະນົງໃຈ ຮ່າໂນ້ຍ” - ảnh 1 ພິທີມອບລາງວັນ ແລະ ງານວາງສະແດງການແຂ່ງຂັນຮູບຖ່າຍສິລະປະສາກົນ

        ຄະນະກຳມະການໃຫ້ຄະແນນໄດ້ເລືອກເອົາຮູບດີເດັ່ນ 16 ແຜ່ນເພື່ອມອບລາງວັນ ໃນນັ້ນ ມີ 15 ແຜ່ນ ແມ່ນເປັນຂອງນັກຖ່າຍຮູບ ຫວຽດນາມ ແລະ 1 ແຜ່ນແມ່ນຂອງນັກຖ່າຍຮູບ ສິງກະໂປ.

 

ຕອບກັບ

ຂ່າວ/ບົດ​ອື່ນ