ມອບລາງວັນການເສັງປະລະໄນ “ຊອກຮູ້ປະຫວັດແຫ່ງການພົວພັນແບບພິເສດ ຫວຽດນາມ - ລາວ 2017”

(VOVWORLD) - ຕອນເຊົ້າວັນທີ 15 ກັນຍາ, ທີ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ຫວຽດນາມ ຈັດຕັ້ງພິທີມອບລາງວັນການເສັງປະລະໄນ “ຊອກຮູ້ປະຫວັດແຫ່ງການພົວພັນແບບພິເສດ ຫວຽດນາມ - ລາວ”. 
ມອບລາງວັນການເສັງປະລະໄນ “ຊອກຮູ້ປະຫວັດແຫ່ງການພົວພັນແບບພິເສດ ຫວຽດນາມ - ລາວ 2017” - ảnh 1 ພິທີມອບລາງວັນ (ພາບ: tuyengiao.vn)

ພາຍຫລັງລະດົມເປັນເວລາເກືອບ 4 ເດືອນ, ການເສັງປະລະໄນໄດ້ດຶງດູດກ່ວາ 166 ພັນເທື່ອຄົນເຂົ້າຮ່ວມ. ທີ່ພິທີມອບລາງວັນ, ຄະນະຈັດຕັ້ງໄດ້ມອບ 51 ລາງວັນ, ລວມມີ ລາງວັນທີ່ໜຶ່ງ 17 ລາງວັນ, ລາງວັນທີສອງ 17 ລາງວັນ, ລາງວັນທີສາມ 17 ລາງວັນ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ຫງວຽນວັນລິງ ຮອງຫົວໜ້າຄະນະໂຄສະນາສຶກສາສູນກາງໃຫ້ຮູ້ວ່າ:

        “ເມື່ອທຽບໃສ່ຂອບຂະໜາດ ກໍ່ຄືມູນເຊື້ອແລ້ວ ພວກເຮົາເຫັນວ່າ ການແຜ່ຂະຫຍາຍຂອງການເສັງນີ້ ຍັງໃຫຍ່ຫລວງຢູ່. ດັ່ງນັ້ນ, ໃນໄລຍະຈະມາເຖິງ ພວກເຮົາຕ້ອງສືບຕໍ່ໂຄສະນາຢ່າງເລິກເຊິ່ງກ້ວາງຂວາງເຖິງບັນດາເຂດພາກອື່ນໆ ພິເສດແມ່ນເຂດຊາຍແດນ, ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ, ຊາວ ລາວ ຢູ່ ຫວຽດນາມ, ບັນດາລຸ້ນຄົນ, ບັນດາພະນັກງານ, ນັກຮົບເຂົ້າຮ່ວມ. ທີ່ສອງແມ່ນ ສືບຕໍ່ກະກຽມຢ່າງລອບຄອບຖີ່ຖ້ວນກ່ວາ ເປັນຕົ້ນແມ່ນບັນດາຄຳຖາມປະລະໄນໃຫ້ອຸດົມສົມບຸນ, ມີຫລາຍຮູບຫລາຍແບບກ່ວາ. ເຮັດແນວໃດ ເພື່ອໃຫ້ເນື້ອໃນຂອງຄຳຖາມນີ້ ລວມບລວມກ່ຽວກັບການພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ ຍິ່ງຫລາຍກໍ່ຍິ່ງດີ ”.

ຕອບກັບ

ຂ່າວ/ບົດ​ອື່ນ