ມອບລາງວັນວັດທະນະທຳຟານເຈົາຈິງຄັ້ງທີ 10 ປີ 2017

ມອບລາງວັນວັດທະນະທຳຟານເຈົາຈິງຄັ້ງທີ 10 ປີ 2017 - ảnh 1
ຜ່ານ​ການ​ຈັດ​ຕັ້ງ​ເປັນ​ເວ​ລາ 10 ປີ, ລາງວັນ ຟານ​ເຈົາ​ຈິງ
ໄດ້​ກາຍ​ເປັນ​ເຫດ​ການ​ວັດ​ທະ​ນະ​ທຳ
(ພາບ​: nld.com.vn)

(vovworld) - ຕອນ​ຄ່ຳ​ວັນ​ທີ 24/03, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ສະ​ພາ​ຄຸ້​ມ​ຄອງກອງ​ທຶນ​ວັດ​ທະ​ນະ​ທຳ ຟານ​ເຈົາ​ຈິງ ໄດ້​ຈ​ັດ​ພິ​ທີ​ມອບ​ລາງວັນ​ວັດ​ທະ​ນະ​ທຳ ຟານ​ເຈົາ​ຈິງ ຄັ້ງ​ທີ 10 ປີ 2017. ນີ້​ແມ່ນ​ລາງວັນ​ເພື່ອ​ເຊີດ​ຊູ​ບັນ​ດາ​ນັກ​ຄົ້ນ​ຄວ້າ, ບັນ​ດາ​ນັກ​ເຄື່ອນ​ໄຫວ​ດ້ານ​ວັດ​ທະ​ນະ​ທຳ, ການ​ສຶກ​ສາ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ນັກ​ແປ່​ພາ​ສາຢູ່​ພາຍ​ໃນ ແລະ ຕ່າ​ງ​ປະ​ເທດ ທີ່​ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ໃຫ້​ພາ​ລະ​ກິດ​ປ່ຽນ​ໃໝ່​ວັດ​ທະ​ນະ​ທຳ ແລະ ການ​ສຶກ​ສາ​ຫວຽດ​ນາມ.

        ທ່ານສາດ​ສະ​ດາ​ຈານ ຈູ​ຫາວ, ຮອງ​ປະ​ທານ​ສະ​ພາ​ຄຸ້​ມ​ຄອງກອງ​ທຶນ​ວັດ​ທະ​ນະ​ທຳ ຟານ​ເຈົາ​ຈິງ ແບ່ງ​ປັນ​ວ່າ, ຜ່ານ​ການ​ຈັດ​ຕັ້ງ​ເປັນ​ເວ​ລາ 10 ປີ, ລາງວັນ ຟານ​ເຈົາ​ຈິງ ໄດ້​ກາຍ​ເປັນ​ເຫດ​ການ​ວັດ​ທະ​ນະ​ທຳ, ເຊີດ​ຊູ​ບັນ​ດາ​ສ່ວນ​ບຸກ​ຄົນ, ນັກ​ຄົ້ນ​ຄວ້າ​ທີ່​ໄດ້​ມາ​ມະ​ພະ​ຍາ​ຍາມ​ຢ່າງບໍ່​ຢຸດຢັ້ງ​ເພື່ອ​ພາ​ລະ​ກິດ​ຟື້ນ​ຟູ​ວັດ​ທະ​ນະ​ທຳ​, ການ​ສຶກ​ສາ​ຂອງ​ປະ​ເທດ​ຊາດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຍັງ​ມີ​ນັກ​ວິ​ທະ​ຍາ​ສາດ, ນັກ​ຄົ້ນ​ຄວ້າ​​ຫຼາຍ​ຄົນ ພວມ​ມາ​ນະ​ພະ​ຍາ​ຍາມ​ອຸ​ທິດ​ສ່ວນ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່​ອ​ພາ​ລະ​ກິດ​ລວມ​ຂອງ​ຊາດ. ສະ​ນັ້ນ, ກອງ​ທຶນ​ວັດ​ທະ​ນະ​ທຳ ຟານ​ເຈົາ​ຈິງ ຈ​ະ​ສືບ​ຕໍ່​ປະ​ຕິ​ບັດ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຕົນ​ເພື່ອ​ເຊີດ​ຊູ​ບັນ​ດາ​ການ​ອຸ​ທິດ​ສ່ວນ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ