ມອບລາງວັນສະຖາປັດຕະຍາກຳແຫ່ງຊາດ 2016 -2017

ມອບລາງວັນສະຖາປັດຕະຍາກຳແຫ່ງຊາດ 2016 -2017 - ảnh 1
ເວ​ທີ​ປ​າ​ໄສ​ສະ​ຖາ​​ປັດ​ຕະ​ຍາ​ກຳ ຫວຽດ​ນາມ ປີ 2017

(vovworld) – ຕອນ​ເຊົ້າ​ວັນ​ທີ 22/4, ຢູ່​ນະ​ຄອນ ດ່າ​ນັ້ງ, ສະ​ມາ​ຄົມ​ນັກ​ສະ​ຖາ​ປາ​ນິກ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ເວ​ທີ​ປ​າ​ໄສ​ສະ​ຖາ​​ປັດ​ຕະ​ຍາ​ກຳ ຫວຽດ​ນາມ ປີ 2017. ເວ​ທ​ີ​ປາ​ໄສ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 500 ທ່ານ​ເຊິ່ງ​ແມ່ນ​ນັກ​ສະ​ຖາ​ປາ​ນິກ​ພາຍ​ໃນ ແລະ ສາ​ກົນ, ນັກ​ສຶກ​ສາ​ຂະ​ແໜງ​ສະ​ຖາ​ປັດ​ຕະ​ຍາ​ກຳຂອງ​ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ເຂົ້າ​ຮ່ວມ. ຫົວ​ຂໍ້​ຂອງ​ເວ​ທີ​ປ​າ​ໄສ​ຄັ້ງ​ນີ້​ແມ່ນທິດ​ສະ​ດີ​ປັດ​ຊ​ະ​ຍາ​ໃນ​ການ​ປະ​ດິ​ດ​ສ້າງ​ສະ​ຖາ​​ປັດ​ຕະ​ຍາ​ກຳ, ສະ​ຖາ​​ປັດ​ຕະ​ຍາ​ກຳເພື່​ອມ​ະ​ນ​ຸດ ເພື່ອ​ວົງ​ຄະ​ນະ​ຍາດ ແລະ ຄວາມ​ຮັບ​ຜິດ​ຊອບ​ຂອງ​ນັກ​ສະ​ຖາ​ປາ​ນິກ​ກັບ​ສັງ​ຄົມ.

        ກ່ອນ​ໜ້ານັ້ນ, ໃນ​ຕອ​ນ​ເຊົ້າ​ວັນ​ທີ 21/4, ໄດ້​ຈັດ​ຕັ້ງ​ພິ​ທີ​ມອບ​ລາງວັນ “ລາງວັນ​ສະ​ຖາ​ປັດ​ຕະ​ຍາ​ກຳ​ແຫ່ງ​ຊາດ 2016 -2017”. ລາງວັນ​ສະ​ຖາ​ປັດ​ຕະ​ຍາ​ກຳ​ແຫ່ງ​ຊາດ 2016 -2017 ມີ​ສ​ຳ​ເນົາ​ເອ​ກະ​ສານ 120 ຊຸດ​ເຂົ້າ​ຮ່ວມ​ການ​ເສັງ. ສະ​ພາ​ໄດ້​ເລືອກ​ຕັ້ງ ແລະ ມອບ 30 ລາງວັນ, ລາງວັນ​ຄຳ 4 ລາງວັນ, ລາງວັນ​ເງິນ 13 ລາງວັນ ແລະ ລາງວັນ​ທອງ 13 ລາງວັນ. ນອກ​ຈາກນັ້ນ, ຍັງ​ມີ 1 ລາງວັນ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ຈາກວົງ​ຄະ​ນະ​ຍາດ,  ໃບ​ຍ້ອງ​ຍໍ​ໃຫ້​ນັກ​ສະ​ຖາ​ປາ​ນິກ​ໜຸ່ມ 4 ໃບ ແລະ ໃບ​ຍ້ອງ​ຍໍ​ໃຫ້​ບັນ​ດາ​ຫົວ​ໜ່ວຍ​ບັນ​ລຸຫຼາຍ​ຜົນ​ງານ​​ທີ່​ການມອບລາງວັນ​ຄັ້ງ​ນີ້.


ຕອບກັບ

ຂ່າວ/ບົດ​ອື່ນ