ມອບລາງວັນອາສາສະໝັກແຫ່ງຊາດປີ 2023

(VOVWORLD) - ປີ 2023, ມີເອກະສານກ່ວາ 300 ຊຸດໄດ້ຮັບການຄັດເລືອກ ແລະ ສະເໜີຈາກບັນດາແຂວງ, ນະຄອນ, ບັນດາອົງການ, ຫົວໜ່ວຍ, ສ່ວນບຸກຄົນໃນທົ່ວປະເທດ, ສະພາຄັດເລືອກລາງວັນອາສາສະໝັກ ແຫ່ງຊາດ ໄດ້ເລືອກເຟັ້ນ 10 ໝູ່ຄະນະ ແລະ 10 ສ່ວນບຸກຄົນມີຜົນງານດີເດັ່ນ
ມອບລາງວັນອາສາສະໝັກແຫ່ງຊາດປີ 2023 - ảnh 1ບັນດາສ່ວນບຸກຄົນໄດ້ຮັບລາງວັນໃນປີ 2023
(ພາບ: TTXVN)

ຕອນຄ່ຳວັນທີ 3 ທັນວາ, ຢູ່ນະຄອນໂຮ່ຈີມິນ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ຈັດພິທີມອບລາງວັນ ອາສາສະໝັກແຫ່ງຊາດ ປີ 2023.

        ປີ 2023, ມີເອກະສານກ່ວາ 300 ຊຸດໄດ້ຮັບການຄັດເລືອກ ແລະ ສະເໜີຈາກບັນດາແຂວງ, ນະຄອນ, ບັນດາອົງການ, ຫົວໜ່ວຍ, ສ່ວນບຸກຄົນໃນທົ່ວປະເທດ, ສະພາຄັດເລືອກລາງວັນອາສາສະໝັກ ແຫ່ງຊາດ ໄດ້ເລືອກເຟັ້ນ 10 ໝູ່ຄະນະ ແລະ 10 ສ່ວນບຸກຄົນມີຜົນງານດີເດັ່ນ, ເປັນແບບຢ່າງໃນການເຄື່ອນໄຫວອາສາສະໝັກ.  ນັກຮ້ອງ ແດນເວົາ, ເປັນໜຶ່ງໃນບັນດາບຸກຄົນທີ່ໄດ້ຮັບລາງວັນ ອາສາສະໝັກ ແຫ່ງຊາດປີ 2023, ແບ່ງປັນວ່າ:

        “ນີ້ແມ່ນຄວາມເປັນກຽດຢ່າງຍິ່ງ ແລະ ກໍ່ແມ່ນຄຳກ່າວເຕືອນວ່າ ຕົນເອງໄດ້ຮັບຫຼາຍສິ່ງຫຼາຍຢ່າງຈາກວົງຄະນະຍາດ ເຮົາຕ້ອງຮັບໃຊ້ວົງຄະນະຍາດໃຫ້ເປັນຢ່າງດີ. ຂ້າພະເຈົ້າຈະພະຍາຍາມເພື່ອແຜ່ຂະຫຍາຍນ້ຳໃຈມະນຸດສະທຳ ແລະ ຄວາມເມດຕາຂອງຊາວ ຫວຽດນາມ. ນັ້ນແມ່ນສິ່ງທີ່ຂ້າພະເຈົ້າຢາກເຮັດ”.

ຕອບກັບ

ຂ່າວ/ບົດ​ອື່ນ