ມອບຫຼຽນໄຊຂອງລັດລາວ ໃຫ້ແກ່ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ - ຄວາມຈິງ

ມອບຫຼຽນໄຊຂອງລັດລາວ ໃຫ້ແກ່ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ - ຄວາມຈິງ - ảnh 1
(ພາບປະກອບ: vietnamplus.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 28/06, ຢູ່​ຮ່າ​ໂນ້ຍ, ທ່ານ ບໍ່​ແສງ​ຄຳ ວົງ​ດາລາ, ກຳ​ມະ​ການ​ກົມ​ການ​​ເມືອງ​ສູນ​ກາງ​ພັກ​ປະຊາຊົນ​ປະຕິວັດ​ລາວ, ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ​ລາວ ​ໄດ້​ມອບ​ຫຼຽນ​ໄຊ, ຫຼຽນ​ກາ​ແຮງ​ງານ​ທຸກ​ຊັ້ນ ​ແລະ ​ໃບ​ຍ້ອງຍໍ​ຂອງ​ລັດ​ລາວ ​ໃຫ້​ແກ່​ໝູ່​ຄະນະ ​ແລະ ພະນັກງານສັງ​ເກັດ​ສຳນັກພິມ​ຈຳ​ໜ່າຍການ​ເມືອງ​ແຫ່ງຊາດ - ຄວາມ​ຈິງ. ນີ້​ແມ່ນ​ລາງວັນອັນ​ສູງ​ສົ່ງ ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຮູ້​ອັນ​ເລີກ​ເຊິ່ງຂອງ​ພັກ, ລັດ ລາວ ທີ່​ມີ​ຕໍ່​ບັນດາ​ການ​ປະກອບສ່ວນ​ຂອງ​ໝູ່​ຄະນະ, ສ່ວນ​ບຸກຄົນ, ພະນັກງານ, ພາລະ​ກອນສຳນັກພິມ​ຈຳ​ໜ່າຍການ​ເມືອງ​ແຫ່ງຊາດ - ຄວາມ​ຈິງ ​ໃນ​ວິວັດ​ການ​ຮ່ວມ​ມື, ໜູນ​ຊ່ວຍ​ກ່ຽວ​ກັບ​ຂົງ​ເຂດ​ພິມ​ຈຳໜ່າຍ, ຈຳໜ່າຍ, ກໍ່​ສ້າງ​ພື້ນຖານ​ໂຄງ​ລ່າງ​ໃຫ້​ແກ້​ສຳນັກພິມ ​ແລະ ຈຳໜ່າຍ​ປື້​ມ​ແຫ່ງ​ຊາດ​ລາວ, ປະກອບສ່ວນ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ຮ່ວມ​ມື​ຮອບ​ດ້ານ​ລະຫວ່າງ 2 ພັກ, 2 ລັດ ​ແລະ ປະຊາຊົນ 2 ປະ​ເທດ.
ຂ່າວ/ບົດ​ອື່ນ