ມອບເຄື່ອງໝາຍ65ປີແຫ່ງວັນເຂົ້າເປັນສະມາຊິກພັກໃຫ້ອະດີດເລຂາທິການໃຫຍ່ເລຂາຟຽວ

ມອບເຄື່ອງໝາຍ65ປີແຫ່ງວັນເຂົ້າເປັນສະມາຊິກພັກໃຫ້ອະດີດເລຂາທິການໃຫຍ່ເລຂາຟຽວ - ảnh 1

ມອບເຄື່ອງ​ໝາຍ65ປີ​ແຫ່ງວັນ​ເຂົ້າ​ເປັນ​ສະ​ມາ​ຊິ​ກ​ພັກ​ໃຫ້​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ເລ​ຂາ​ຟຽວ

(ພາບ: TTXVN)

(vovworld) - ຕອ​ນ​ເຊົ້າ​ວັນ​ທີ 30/9, ຢູ່​ຮ່າ​ໂນ້ຍ, ອົງ​ຄະ​ນະ​ພັກ​ຫ້ອງວ່າ​ການ​ກົມ​ໃຫຍ່​ການ​ເມືອງ​ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ຈັດ​ຕັ້ງ​ພິ​ທີ​ມອບເຄື່ອງ​ໝາຍ 65 ປີ​ແຫ່ງວັນ​ເຂົ້າ​ເປັ​ນ​ສະ​ມາ​ຊິກ​ພັກ​ໃຫ້​ທ່ານ ເລ​ຂາ​ຟຽວ, ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບ​ໍ​ລິ​ຫານ​ງານ​ສູນ​ກາ​ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ອະ​ດີດ​ຫົວ​ໜ້າ​ກົ​ມ​ໃຫ​ຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ. ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຊີ້​ແຈ້ງວ່າ: ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລ​ຂາ​ຟຽວ ແມ່ນ​ພະ​ນັກ​ງານ​ມີ​ບົດ​ຮຽນ​ໃນ​ຖາ​ນະ​ຕຳ​ແໜ່ງ​ຕ່າງໆ, ພິ​ເສດ​ແມ່ນ​ໄດ້​ຝຶກ​ຝົນຫຼໍ່ຫຼອມ, ເຕີບ​ໃຫຍ່​ໃນ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ ແລະ ປະ​ຕິ​ບັດ​ໜ້າ​ທີ່​ສາ​ກົນ​ອັນ​ສູ​ງ​ສົງ​ໃນ​ພາ​ລະ​ກິດ​ປ່ຽນ​ແປງ​ໃໝ່, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

        ສ່ວນ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລ​ຂາ​ຟຽວ, ສະ​ແດງ​ຄວາມຕື້ນ​ຕັນ​ໃຈ​ເມື່ອ​ໄດ້​​ເຄື່ອງ​ໝາຍ 65 ປີ​ແຫ່ງວັນ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ:

        “ມື້ນີ້, ໄດ້​ຮັບ​ເຄື່ອງ​ໝາຍ 65 ປີ​ແຫ່ງວັນ​ເຂົ້າ​ເປັນ​ສະ​ມາ​ຊິກ​ພັກ, ນີ້​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ອັນ​ໃຫຍ່ຫຼວງ​ສຳ​ລັບ​ຂ້າ​ພະ​ເຈົ້າ, ກໍ່​ແມ່ນ​ຄວາມ​​ຮັບ​ຜິດ​ຊອບ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ຕໍ່​ພັກ, ປະ​ຊາ​ຊົນ ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ ແລະ ສ້າງ​ສາ​ລັດ​ທິ​ສັງ​ຄົມ​ນິ​ຍົມ. ເຖິງວ່າ, ໄດ້​ພັກກິນ​ເບ້ຍ​ບຳ​ນານ​ແລ້ວກໍ່​ຕາມ​ແຕ່​ຂ້າ​ພະ​ເຈົ້າ​ຍ​ັງ​ສືບ​ຕໍ່​ພາ​ລະ​ກິດ​​ເປັ​ນຂອງ​ສະ​ມາ​ຊິກ​ພັກ, ເຮັດ​ໄດ້​ສິ່ງ​ໃດ​ໜຶ່ງ​ທີ່​ມີ​ຜົນ​ປະ​ໂຫຍດ​ໃຫ້​ພັກ, ປະ​ເທດ​ຊາດ ແລະ ​ປະ​ຊາ​ຊົນ.”



ຂ່າວ/ບົດ​ອື່ນ