ມະຕິ​ກ່ຽວ​ກັບ ການປະຕິບັດແຜນການພັດທະນາ ເສດຖະກິດ - ສັງຄົມປີ 2012

ມະຕິ​ກ່ຽວ​ກັບ ການປະຕິບັດແຜນການພັດທະນາ ເສດຖະກິດ - ສັງຄົມປີ 2012 - ảnh 1
( ພາບ : http://www.mof.gov.vn )
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ຫາ​ກໍ່​ລົງ​ນາມ​ປະກາດ​ໃຊ້ມະຕິ​ກ່ຽວ​ກັບ​ບັນດາ​ມາດ​ຕະການຕົ້ນ​ຕໍ່​ເພື່ອ​ແກ້​ໄຂ​​ຊີ​້ນຳ​ບໍລິຫານ​ປະຕິບັດແຜນ ການພັດທະນາ ເສດຖະກິດ - ສັງຄົມ ​ແລະ ​ແຜນງົບປະມາ​ນແຫ່ງ​ລັດ​ປີ 2012. ​ຕາມ​ນັ້ນ​ແລ້ວ, ມີ 7 ໝວດມາດ​ຕະການ​ແກ້​ໄຂ​ສຳຄັນ​ຄື: ສຸມ​ໃສ່ຄວບ​ຄຸ້ມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ບົນ​ພື້ນຖານ​ປະຕິບັດ​ນະ​ໂຍບາຍ​ເງິນຕາຢ່າງ​ແໜ້ນ​ແຟ້ນ, ລະມັດ​ລະວັງ, ມີ​ໄຫວ​ພິບ, ນະ​ໂຍບາຍສົກ​ປີ​ການ​ເງິນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ; ​ເພີ່ມ​ທະວີ​ການ​ຄວບ​ຄຸມ​ຕະຫຼາດ, ລາຄາ, ຈັດ​ຕັ້ງ​ຕະຫຼາດ​ພາຍ​ໃນ​ປະ​ເທດ​​​ໃຫ້ເປັນ​ຢ່າງ​ດີ ​ແລະ ສົ່ງ​ເສີມ​ການ​ສົ່ງ​ອອກ, ຄວບ​ຄຸມ​ການ​ນຳ​ເຂົ້າ, ຈຳກັ​ດການນຳ​ເຂົ້າ​ເກີນ​ດຸນ. ທີ 2 ​ແມ່ນ, ສຸມ​ໃສ່​ປະຕິບັດ​​ບັນດາ​ໜ້າ​ທີ່​ຈຸດ​ສຸ​ມ​ແມ່ນ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ປ່ຽນ​ໃໝ່ຮູບ​ແບບ​ການ​ເຕີບ​ໂຕ​ຕາມ​ທິດ​ຍົກ​ສູງ​ປະສິດທິ​ຜົນ, ຄວາມ​ສາມາດ​ແກ່ງ​ແຍ້​ງ. ​ໃນ​ໝວດມາດ​ຕະການ​ນີ້, ສຸມ​ໃສ່​ປະຕິບັດ​ບັນດາ​ໜ້າ​ທີ່​ຈຸດ​ສຸມ​ແມ່ນ​ສ້າງ​​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່, ຫັນ​ປ່ຽນ​ໂຄງປະກອບເສດຖະກິດ​ຕິດ​ພັນກັບ​ຮູບ​ແບບ​ການ​ເຕີບ​ໂຕ, ສຸມ​ແຫຼ່ງກຳລັງ​​ເຂົ້າ​ໃນ​ການພັດທະນາ​ກະສິກຳ​ຊົນນະບົດ, ຮັບປະກັນ​​ສະໜອງ​ໄຟຟ້າ​ໃຫ້​ແກ່​ການ​ຜະລິດ ​ແລະ ຊົມ​ໃຊ້. ທີ 3 ​ແມ່ນ, ຍົກ​ສູງ​ຄຸ​ນ ນະພາບຊັບບພະ​ຍາກ​ອນມະນຸດ, ຍູ້​ໄວ​ການ​ນຳ​ໃຊ້ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ. ມະຕິ​ກໍຍົກ​ອອກ​ບາງບັນຫາຄື ຮັບປະກັນ​ຊີວິດ​ສັງຄົມ, ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ, ຍົກ​ສູງ​ຄຸນ​ນະພາ​ບວຽ​ກງານ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ, ຮັບປະກັນ​ຊີວິດ​ວັດທະນະທຳ, ຈິດ​ໃຈ​ຂອງປະຊາຊົນ, ​ເພີ່ມ​ທະວີການ​ຕ້ານ​ໄພ​ທຳມະ​ຊາດ, ປົກ​ປັກ​ຮັກ​ສາ​ສິ່ງ​​ແວດ​ລ້ອມ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາກາດ, ສືບ​ຕໍ່ສ້າງ​​ລະບົບ​ກົດໝາຍ​ໃຫ້​ສົ​ມບູນ​ແບບ, ຍູ້​ແຮງ​ການ​ປະຕິ​ຮູບ​ດ້ານ​ບໍລິຫານ, ຍົກ​ສູງ​ປະສິດທິ​ຜົນການ​ຄຸ້ມ​ຄອງ​ລັດ, ປະຕິບັດ​ການ​ປະຢັດ, ຕ​້ານການ​ຟຸມ​ເຟືອຍ, ​ເພີ່ມ​ທະວີ​ການປ້ອງ​ກັນ​ ແລະ​ ຕ້ານ​ໄພ​ສໍ້​ລາດ​ບັງ​ຫຼວງ, ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາ​ມສະຫງົບ, ຮັບປະກັນ​ຄວາມ​​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​​ພົວພັນຕ່າງປະ​ເທດ .
ຂ່າວ/ບົດ​ອື່ນ