ມະຕິຂອງສະພາແຫ່ງຊາດກ່ຽວກັບການປະຕິບັດທົດລອງກົນໄກ, ນະໂຍບາຍສະເພາະ

(VOVWORLD) - ນະຄອນ ໂຮ່ຈີມິນ ມີພົນລະເມືອງ ແລະ ຂອບຂະໜາດເສດຖະກິດໃຫຍ່ທີ່ສຸດໃນທົ່ວປະເທດ ດັ່ງນັ້ນ ການບໍລິຫານຂອງນະຄອນມີລັກສະນະຕ່າງກັບບັນດາແຂວງ, ນະຄອນອື່ນໆ. 
ມະຕິຂອງສະພາແຫ່ງຊາດກ່ຽວກັບການປະຕິບັດທົດລອງກົນໄກ, ນະໂຍບາຍສະເພາະ - ảnh 1 ທ່ານ ຫງວຽນທ້ຽນເຍີນ ທີ່ກອງປະຊຸມ

ຕອນເຊົ້າວັນທີ 9 ມັງກອນ, ຄະນະພັກນະຄອນ ໂຮ່ຈີມິນ ຈັດຕັ້ງການພົບປະກັບການນຳບາງອົງການສື່ມວນຊົນກ່ຽວກັບການຜັນຂະຫຍາຍມະຕິເລກທີ 54 ຂອງສະພາແຫ່ງຊາດກ່ຽວກັບການປະຕິບັດທົດລອງກົນໄກ, ນະໂຍບາຍສະເພາະ ພັດທະນານະຄອນ ໂຮ່ຈີມິນ. ກ່າວຄຳເຫັນນະທີ່ນີ້, ທ່ານ ເລຂາຄະນະພັກນະຄອນ ໂຮ່ຈີມິນ ຫງວຽນທ້ຽນເຍີນ ໃຫ້ຮູ້ວ່າ: ນະຄອນ ໂຮ່ຈີມິນ ມີພົນລະເມືອງ ແລະ ຂອບຂະໜາດເສດຖະກິດໃຫຍ່ທີ່ສຸດໃນທົ່ວປະເທດ ດັ່ງນັ້ນ ການບໍລິຫານຂອງນະຄອນມີລັກສະນະຕ່າງກັບບັນດາແຂວງ, ນະຄອນອື່ນໆ. ເຊິ່ງເປັນ 1 ໃນ 2 ຕົວເມືອງນີ້ພົນລະເມືອງຫຼາຍທີ່ສຸດໃນທົ່ວປະເທດ ແລະ ສູນເສດຖະກິດໃຫຍ່ຂອງທົ່ວປະເທດ, ນະຄອນ ໂຮ່ຈີມິນ ປະກອບສ່ວນ 22% GDP ທົ່ວປະເທດ. ທ່ານເລຂາຄະນະພັກ ຫງວຽນທ້ຽນເຍີນ ຢັ້ງຢືນວ່າ:

        “ພວກຂ້າເຈົ້າຫວັງວ່າ ປີ 2018 ກາຍເປັນປີເລີ່ມຕົ້ນຂອງ 3 ປີບຸກທະລຸປ່ຽນໃໝ່ກົນໄກນະໂຍບາຍໃນພື້ນຖານຂໍ້ສະຫລຸບ 21 ຂອງກົມການເມືອງ ແລະ ມະຕິ 54. ຜ່ານນັ້ນ, ແຕ່ລະເດືອນ, ແຕ່ລະໄຕມາດ, ແຕ່ລະປີ ຊີວິດການເປັນຢູ່ຂອງປະຊາຊົນກ້າວໜ້າ; ເສດຖະກິດພັດທະນາ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບໄດ້ຮັກສາ ແລະ ຄວາມໄວ້ເນື້ອເຊື່ອໃຈ, ຄວາມເບີກບານມ່ວນຊື່ນປະກົດມີຢູ່ໃນແຕ່ລະຄົນເປັນປະຈຳ, ນຳມາເຊິ່ງຄວາມມ່ວນຊື່ນໃຫ້ແກ່ແຕ່ລະຄອບຄົວ, ນຳມາເຊິ່ງຄວາມສຸກໃຫ້ແກ່ປະຊາຊົນ ແລະ ປະກອບສ່ວນພ້ອມກັບປະເທດຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ