ມະຫາໄຊລະດູບານໃຫມ່ປີ1975-ກຳລັງແຮງຂອງເຈດຈຳນົງໂຮມປະເທດຊາດເປັນເອກະພາບແລະຄວາມມຸ່ງຫວັງສັນຕິພາບ

ມະຫາໄຊລະດູບານໃຫມ່ປີ1975-ກຳລັງແຮງຂອງເຈດຈຳນົງໂຮມປະເທດຊາດເປັນເອກະພາບແລະຄວາມມຸ່ງຫວັງສັນຕິພາບ - ảnh 1
ກອງ​ປະ​ຊຸມ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຳ​ມະ​ນາ
ມະ​ຫາ​ໄຊລະ​ດູ​ບານ​ໃຫມ່​ປີ 1975

(vovworld)-​ ​ນີ້​ແມ່ນ​ຫົວ​ຂໍ້​ຂອງ ກອງ​ປະ​ຊຸມ​ສຳ​ມະ​ນາ​ລະ​ດັບ​ຊາດ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ຄະ​ນະ​ໂຄ​ສະ​ນາ​ສຶກ​ສາ​ສູນ​ກາງ  ແລະ ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈິ​ມີນ ຈັດ​ຕັ້ງ​ຂຶ້ນ​ໃນ​ວັນ​ທີ 3/4/2015 ຢູ່ ນະ​ຄອນ​ໂຮ່​ຈິ​ມີ​ນ. ບັນ​ດາ​ບົດ​ປະ​ກອບ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ ໄດ້​ຢືນ​ຢັນ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ມະ​ຫາ​ໄຊ​ລະ​ດູ​ບານ​ໃຫມ່​ປີ 1975, ປົດ​ປ່ອຍ​ພາກ​ໃຕ້, ໂຮມ​ປະ​ເທດ​ຊາດ​ເປັນ​ເອກ​ະ​ພາບ. ພົນ​ໂທ ຫງວຽນ​ແທ່ງ​ກູງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ເນັ້ນ​ຫນັກ​ວ່າ:

        “ມະ​ຫາ​ໄຊ​ລະ​ດູ​ບານ​ໃຫມ່​ປີ 1975 ແມ່ນ​ໝາກ​ຜົນ​ຂອງ​ການ​ຊີ້​ນຳ​ນຳ​ພາ​ຢ່າງ​ຖືກ​ຕ້ອງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຂອງ​ພັກ, ການ​ປະ​ສານ​ສົມ​ທົບ​ກຳ​ລັງ​ແຮງ​ຂອງ​ຊາດ​ກັບ​ກຳ​ລັງ​ແຮງ​ຂອງ​ຍຸກ​ສະ​ໄຫມ. ວິ​ລະ​ກຳ​ອັນ​ສະ​ຫງ່າ​ອົງ​ອາດນີ້​ຍັງ​ແມ່ນ​ຄວາມ​ມຸ່ງ​ຫວັງ​ອັນ​ແຮງ​ກ້າ​ກ່ຽວ​ກັບ​ພື້​ນ​ຖານ​ເອ​ກະ​ລາດ, ເສ​ລີ​ພາບ ແລະ ສັນ​ຕິ​ພາບ​ຂອງ​ຊາດ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ