ມາ​ເລ​ເຊຍ - ບ​ຣູ​ໄນ ຖື​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ຫວຽດ​ນາມ ເປັນ​ພິ​ເສດ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ຢັ້ງຢືນວ່າ ມາເລເຊຍ ຖືການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມເປັນສຳຄັນພິເສດ
ມາ​ເລ​ເຊຍ - ບ​ຣູ​ໄນ ຖື​ການ​ພົວ​ພັນ​ຮ່ວມ​ມື​ໃນຫຼາຍ​ດ້ານ​ກັບ ຫວຽດ​ນາມ ເປັນ​ພິ​ເສດ - ảnh 1ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim (ພາບ: TTXVN)

ຕອນເຊົ້າວັນທີ 16 ພະຈິກ, ຕາມເວລາທ້ອງຖິ່ນ, ຢູ່ນະຄອນ San Francisco, ອາເມລິກາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ເນື່ອງໃນໂອກາດເຂົ້າຮ່ວມສັບປະດາສຸດຍອດ ເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC)  ຄັ້ງທີ 30.

ໂດຍແລກປ່ຽນບັນດາການກຳນົດທິດເພື່ອສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍຢ່າງແຮງໃນໄລຍະຈະມາເຖິງ, ທ່ານປະທານປະເທດ ໄດ້ສະເໜີໃຫ້ ສອງຝ່າຍຊຸກຍູ້ການຄ້າ - ການລົງທຶນ, ສູ້ຊົນນຳວົງເງິນບັນລຸ 18 ຕື້ USD ໃນໄລຍະຈະມາເຖິງ, ທ່ານປາດຖະໜາວ່າ ລັດຖະບານ ມາເລເຊຍ ເອົາໃຈໃສ່ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ໃນການຜະລິດ ແລະ ສົ່ງອອກບັນດາຜະລິດຕະພັນ Halal ເຂົ້າຕະຫຼາດ ມາເລເຊຍ. ທ່ານປະທານປະເທດ ຂອບໃຈ ແລະ ປາດຖະໜາກຢ່າງໃຫ້ ມາເລເຊຍ ເປີດກວ້າງການໜູນຊ່ວຍ ຫວຽດນາມ ໃນຂົງເຂດບຳລຸງສ້າງພະນັກງານ, ເປີດກວ້າງການຮ່ວມມືທ້ອງຖິ່ນ ເຊິ່ງໃນສະເພາະໜ້າແມ່ນການລາຍເຊັນ ນະຄອນແຮກສ່ຽວ ລະຫວ່າງ ໂຮ້ຍອານ ແລະ Melaka.

ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ຢັ້ງຢືນວ່າ ມາເລເຊຍ ຖືການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມເປັນສຳຄັນພິເສດ, ພ້ອມທັງ, ທ່ານ ກໍ່ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ກ່ຽວກັບເສດຖະກິດ - ການຄ້າ - ການລົງທຶນ, ເພີ່ມທະວີການຮ່ວມມືບຳລຸງສ້າງຊັບພະຍາກອນມະນຸດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງກໍ່ມີການພົບປະກັບ ກະສັດ ບຣູໄນ Haji Hassanal Bolkiah. ນະທີ່ນີ້, ທ່ານປະທານປະເທດ ຫວໍວັນເຖືອງ ຖືວ່າ ສອງປະເທດ ຍັງມີຄວາມສາມາດບົ່ມຊ້ອນ ຫຼາຍຢ່າງເພື່ອນຳການພົວພັນຮ່ວມມືເຂົ້າສູ່ລວງເລິກ, ແທດຈິງກ່ວາ, ທ່ານສະເໜີໃຫ້ສອງປະເທດສົມທົບກັນຢ່າງແໜ້ນແຟ້ນ ໃນການປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ບຣູໄນ 2023 – 2027 ຢ່າງມີປະສິດທິຜົນ ດ້ວຍ 4 ຂົງເຂດບຸລິມະສິດ ລວມມີການຮ່ວມມືກ່ຽວກັບນ້ຳມັນອາຍແກັດ, ເຄມີ, ການຜະລິດຜະລິດຕະພັນ Halal ແລະ ການທ່ອງທ່ຽວ, ການພົບປະແລກປ່ຽນປະຊາຊົນ. ສ່ວນກະສັດ ບຣູໄນ Haji Hassanal Bolkiah ໄດ້ເນັ້ນໜັກວ່າ ບຣູໄນ ຖືການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ ເປັນສຳຄັນ ແລະ ບົນຈິດໃຈນັ້ນ, ທ່ານກໍ່ເຫັນດີຕໍ່ບັນດາຂໍ້ສະເໜີເພື່ອແນໃສ່ເພີ່ມທະວີການພົວພັນສອງປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ