ມາເລເຊຍຖະແຫຼງເຫດການເຮືອບິນMH370ຕົກແມ່ນອຸບັດຕິເຫດ

ມາເລເຊຍຖະແຫຼງເຫດການເຮືອບິນMH370ຕົກແມ່ນອຸບັດຕິເຫດ - ảnh 1
ຍາດ​ຕິ​ພີ່​ນ້ອງ​ຂອງ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຖ້ຽວ​ບິ​ນ MH 370
(ພາບ: Reuters)

(vovworld) - ວັນ​ທີ 29/1, ມາ​ເລ​ເຊຍ ໄດ້​ຖະ​ແຫຼງ​​ກ່ຽວ​ກັບ​ເຫດ​ການ​ເຮືອ​ບິນ​ຂອງບ​ໍ​ລິ​ສັດ​ການ​ບິນ​ແຫ່ງ​ຊາດ​ປະ​ຕິ​ບັດ​ຖ້ຽວ​ບິນ MH 370 ແມ່ນ​ອຸ​ບັດ​ຕິ​ເຫດຢ່າງ​ເປັນທາງ​ການ, ຜູ້​ໂດຍ​ສານ ແລະ ຈຸ​ບິນ​ໃນ​ຖ້ຽວ​ບິນ​ດັ່ງ​ກ່າວ​ໄດ້​ຮັບ​ຖື​ວ່າ​​ຖືກ​ເສຍ​ຊີ​ວິດ​ແລ​້ວ. ໃນ​ຖະ​ແຫຼງ​ການ​​ຜ່ານຊ່ອງ​ໂທ​ລະ​ພາບ, ຜູ້​ນຳ​ໜ້າ​ກົມ​ການ​ບິນ​ພົນ​ລະ​ເຮືອນ ມາ​ເລ​ເຊຍ ທ່ານ Azharuddin Abdul Rahman ຊີ້​ແຈ້ງວ່າ: “ໂດຍ​ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ ມາ​ເລ​ເຊຍ, ພວກ​ຂ້າ​ພະ​ເຈົ້າ​ຖະ​ແຫຼງວ່າ ຖ້ຽວ​ບິນ MH 370 ຂ​ອງ​ບໍ​ລິ​ສັດ​ການ​ບິນ ມາ​ເລ​ເຊຍ ຖືກ​ອຸ​ບັດ​ຕິ​ເຫດ. ຜູ້​ໂດຍ​ສານ ແລະ ຈຸ​ບ​ິນ​ທັງ​ໝົດ 239 ຄົນ​ໃນ​ຖ້ຽວ​ບິນ​ດັ່ງ​ກ່າວ​ໄດ້​ຮັບ​ຖື​ວ່າ​ຖືກ​ເສຍ​ຊີ​ວິດ”. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ Azharuddin ຢັ້ງ​ຢືນ​ວ່າ: ບັ້ນ​ເຄື່ອນ​ໄຫວ​ຊອກ​ຫາ​ເຮືອ​ບິນ​ລຳ​ດັ່ງ​ກ່າວ​ຈະ​​ສືບ​ຕໍ່ໄດ້​ດຳ​ເນີນ​ດ້ວຍ​ການ​ໜ​ູນ​ຊ່ວຍ​ຂອງ ຈີນ ແລະ ອົດ​ສະ​ຕາ​ລີ. ຄາດ​ວ່າ, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຂົນ​ສົ່ງ ມາ​ເລ​ເຊຍ ຈະ​ປະ​ກາດ​ບົດ​ລາຍ​ງານ​ສັງ​ລວມ​ກ່ຽວ​ກັບ​ການ​ສືບ​ສວນ​ສາຍ​ເຫ​ດ​​ເຮືອ​ບິນ MH 370 ຕົກ​ໃນ​ວັນ​ທີ 7/3 ຈະ​ມາ​ເຖິງ, ພາຍຫຼັງ​ເຮືອ​ບິນ​ຫາຍ​ສາບ​ສູນ 1 ປີ.


ຂ່າວ/ບົດ​ອື່ນ