ມາເລເຊຍແລະຈີນເຫັນດີເປັນເອກະສັນເພີ່ມທະວີການພົວພັນຮ່ວມມື

ມາເລເຊຍແລະຈີນເຫັນດີເປັນເອກະສັນເພີ່ມທະວີການພົວພັນຮ່ວມມື - ảnh 1
ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak (ເບື້ອງຊ້າຍ) ​ແລະ  ກຳມະການລັດຖະບານ ຈີນ ຢ່າງ​ເຈຍ​ສື

(vovworld) –  ວັນ​ທີ 10/5, ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak ​ແລະ  ກຳມະການລັດຖະບານ ຈີນ ຢ່າງ​ເຈຍ​ສື ຊຶ່ງພວມ​ຢ້ຽມຢາມມາ​ເລ​ເຊຍ ​ໄດ້​​ເຫັນ​ດີ​ເປັນ​ເອກະສັນ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ. ທ່ານ​ນາຍົກລັດຖະມົນຕີ ມາ​ເລ​ເຊຍ Najib Razak ຕີ​ລາຄາ​ສູງ​ຄວາມ​ສຳຄັນ​ຂອງ​ການ​ພົວພັນ​ລະຫວ່າງ ມາ​ເລ​ເຊຍ ​ແລະ ຈີນ, ​ຖື​ວ່າ 2 ປະ​ເທດ​ແມ່ນ​ຕົວຢ່າງ​ທີ່​ດີ​ຂອງ​ການ​ພົວພັນ 2 ຝ່າຍ ດ້ວຍ​ການ​ແລ​ກປ່ຽນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງ​ບັນດາ​ການ​ນຳ, ​ເພ່ີມ​ທະວີ​ຄວາມ​ໄວ້​ເນື້ອ​​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ເຊິ່ງກັນ ​ແລະ ກັນ, ກໍ່​ຄື​ການ​ຮ່ວມ​ມື​ທີ່​ດີ​ກ່ຽວ​ກັບດ້ານ​ເສດຖະກິດ ​ແລະ ວັດທະນະທຳ. ທ່ານ​ນາຍົກລັດຖະມົນຕີ Najib ຢັ້ງຢືນວ່າ ມາ​ເລ​ເຊຍ ພ້ອມ​ແລ້ວ​ທີ່​ຈະເປ​ີດກ້ວາງ​ກາລະ​ໂອກາດຮ່ວມ​ມື​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ​ກັບ ຈີນ​ໃນ​ໄລຍະ​ຍາວ… ສ່ວນທ່ານ ຢ່າງ​ເຈຍສື ​ຖື​ວ່າ: ການ​ພົວພັນ 2 ຝ່າຍ​ລະຫວ່າງ ຈີນ ​ແລະ ມາ​ເລ​ເຊຍ​ໄດ້ຮັບ​ການ​ພັດທະນາ​ຢ່າງ​ວ່ອງ​ໄວ ​ແລະ ໝັ້ນຄົງ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ບັນດາ​ການ​ນຳ 2 ປະ​ເທດ​ໄດ​້ຈັດ​ຕັ້ງ​ການ​ເຈລະຈາ​ສຳຄັນ​ຫຼາຍ​ຄັ້ງ​​ໃນ​ປີ 2015. ຕາມ​ທ່ານ​ແລ​້ວ, ຈີນ ຖື​ເປັນ​ສຳຄັນ​ທີ່​ສຸດການ​ພົວພັນ​ກັບ ມາ​ເລ​ເຊຍ ​ແລະ ພ້ອມ​ແລ້ວ​ທີ່ຈະ​ເຮັດ​ວຽກ​ກັບ​ຝ່າຍ ມາ​ເລ​ເຊຍ ​ເພື່ອ​ໃຫ້​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ທີ່ບັນລຸ​ໄດ້​ລະຫວ່າງ​ການ​ນຳ 2 ປະ​ເທດ.


ຂ່າວ/ບົດ​ອື່ນ