ມາເລເຊຍແລະໂຮນລັງເຫັນດີເປັນເອກະສັນຮຽກຮ້ອງຢຸດຍິງຢູ່ສະຖານທີ່ເຮືອບິນMH17ຕົກ

ມາເລເຊຍແລະໂຮນລັງເຫັນດີເປັນເອກະສັນຮຽກຮ້ອງຢຸດຍິງຢູ່ສະຖານທີ່ເຮືອບິນMH17ຕົກ - ảnh 1
ທ່ານ​ນາຍົກລັດຖະມົນຕີ ມາ​​ເລ​ເຊຍ Najib Razak ​ແລະ ຄູ່​ຕຳ​ແໜ່​ງ ​ໂຮ​ນລັງ Mark Rutte
(ພາບ: AFP/TTXVN)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວຮ່ວມ​ຢູ່ ລາ​ໄຮ, ປະ​ເທດ ​ໂຮ​ນລັງ ​ໃນ​ວັນ​ທີ 31/7, ທ່ານ​ນາຍົກລັດຖະມົນຕີ ມາ​​ເລ​ເຊຍ Najib Razak ​ແລະ ຄູ່​ຕຳ​ແໜ່​ງ ​ໂຮ​ນລັງ Mark Rutte ຮຽກຮ້​ອງ​ໃຫ້​ທຸກໆ​ຝ່າຍ, ​ເຊິ່ິງລວ​ມມີ​ກອງທັບ​ ຢູ​ແກຼນ ​ແລະ ກຳລັງ​ແຜນ​ນະ​ໂຍບາຍ​ຫັນ​ຢູ​ແກຼນ ຕາ​ເວັນ​ອອກ​ເປັນ​ສະຫະພັນ, ຮັກສາ​ສະຖານ​ທີ່​ເຮືອບິນ​ຕົກ​ເພື່ອ​ຮັບ​ໃຊ້​ໃຫ້​ວຽກ​ງານ​ສືບສວນ. ທ່ານ​ນາຍົກລັດຖະມົນຕີ Razak ​ໃຫ້​ຮູ້​ວ່າ: ບຸລິມະສິດ​ຂອງ ມາ​ເລ​ເຊຍ ​ແລະ ​ໂຮ​ນລັງ​ແມ່ນ​ຮັບປະກັນ​ວ່າ: ບັນດາ​ນັກ​ສືບສວນ​ສາກົນ​ຈະໄດ້​ສຳ​ພັດ​ຢ່າງ​ຄົບ​ຖ້ວນ ​ແລະ ບໍ່​ຖືກ​ຈຳກັດ​ຢູ່​ສະຖານ​ທີ່​ເຮືອບິນ​ຕົກ​ເພື່ອ​ເກັບ​ກ​ຳພະຍານ​ຫຼັກ​ຖານ. ທີ່​ການ​ພົບ​ປະ, ນາຍົກລັດຖະມົນຕີ 2 ທ່ານ ກໍ່​ໄດ້​ປຶກສາ​ຫາລື 3 ບຸລິມະສິດ​ໃນ​ວຽກ​ງານ​ແກ້​ໄຂ​ອຸບັດ​ຕິ​ເຫດ​ເຮືອບິນ​ MH 17 ຕົກ, ​ເຊິ່ງລວມມີ​ການ​ຂົນ​ສົ່ງ​ສົບ​ ​ແລະ ​ເຄື່ອງ​ຂອງ​ສ່ວນ​ຕົວ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ກັບ​ເມືອ​ປະ​ເທດ, ກຳນົດ​ສາຍ​ເຫດ​ຂອງ​ອຸບັດ​ຕິ​ເຫດ ​ແລະ ຮັບປະກັນ​ວ່າ​ບັນດາ​ຕົວ​ການ​ຕ້ອງລ້ວນ​ແຕ່​ຖືກ​ນຳ​ມາ​ພິພາກສາຕໍ່ໜ້າ​ສານ.

 


ຂ່າວ/ບົດ​ອື່ນ