ມາເລເຊຍໃກ້ຈະຈັດຕັ້ງກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ

ມາເລເຊຍໃກ້ຈະຈັດຕັ້ງກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດອາຊຽນ - ảnh 1
ເມືອງ​ເອກ Kota Kinabalu ກຽມ​ພ້ອມ​ໃຫ້ກອງປະຊຸມວົງແຄບ
ລັດຖະມົນຕີການຕ່າງປະເທດອາຊຽນ
ພາບ:baomoi.com
(vovworld)-​ ​ກອງ​ປະ​ຊຸມ​ວົງ​ແຄບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ຊຽນ(AMM Retreat) ດຳ​ເນີນ​ໄປ​ແຕ່​ວັນ​ທີ 26-29/1 ຢູ່ ນະ​ຄອນ Kota Kinabalu ເມືອງ​ເອກ​ລັດ Sabah ປະ​ເທດ ມາ​ເລ​ເຊຍ. ກອງ​ປະ​ຊຸມ​ດັ່ງ​ກ່າວ​ລວມ​ມີ​ກອງ​ປະ​ຊ​ຸ​ມ​ຈັດ​ກຽມ​ຈຳ​ນວນ​ຫນຶ່ງ ຊື່ງ​ລວມ​ມີ: ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ບັນ​ດາ​ຜູ້​ຕາງ​ຫນ້າ​ປະ​ຈຳ ອາ​ຊຽນ, ກອງ​ປະ​ຊຸມ​ເຈົ້າ​ຫນ້າ​ທີ່​ອະ​ວຸ​ໂສ ອາ​ຊຽນ(SOM) ແລະ ການ​ປະ​ຊຸມ​ຫນຸ່ວຍ​ປະ​ຕິ​ບັດ​ງານ​ສະ​ພາ​ປະ​ສານ​ງານ ອາ​ຊຽນ ກ່ຽວ​ກັບ​ວິ​ໄສ​ທັດ ອາ​ຊຽນ​ຫລັງ​ປີ 2015. AMM Retreat ແມ່ນກອງ​ປະ​ຊຸມ​ເປີດ​ສາກ ແລະ ກະ​ກຽມ​ເນື້ອ​ໃນ​ໃຫ້​ແກ່​ບັນ​ດາ​ກອງ​ປະ​ຊຸມ​ຂັ້ນ​ລັດ​ຖະ​ມົນ​ຕີ ແລະ ກອງ​ປະ​ຊຸມ​ກ່ຽວ​ຂ້ອງ​ໃນ​ປີ 2015 ທີ່​ປະ​ເທດມາ​ເລ​ເຊຍ ເປັນ​ປະ​ທານ​ອາຊຽນ.

 

ຂ່າວ/ບົດ​ອື່ນ