ມຽນມາຮຽບຮຽງແຜນ ການເຈລະຈາຕາມ 10 ເນື້ອໃນ

ມຽນມາຮຽບຮຽງແຜນ ການເຈລະຈາຕາມ 10 ເນື້ອໃນ - ảnh 1
(ພາບ​ປະ​ກອບ: TTXVN)

(vovworld) ​ ​ວັນ​ທີ 29/11 ຢູ່​ສູນ​ສັນຕິພາບ​ມຽນມາ, ລັດຖະບານ​ປະ​ເທດ​ນີ້ ​ແລະ ບັນດາ​ກຸ່ມ​ປະກອບ​ອາວຸດ​ເຊື້ອ​ຊາດ​ຜິວ​ຜັນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ໄດ້​ດຳ​ເນີນ​ການ​ຮຽບຮຽງ​​ແຜນ​ການ​ເຈລະຈາ​ຕາມ 10 ​ເນື້ອ​ໃນ. ນີ້​ແມ່ນ​ເນື້ອ​​ໃນ​ທີ່​ໄດ້​ນຳ​ມາປຶກສາ​ຫາລື​ໃນ​ການ​ປະຊຸມ​ທີ່​ແກ່ຍາວ​ເປັນ​ເວລາ 4 ວັນ ​ເລີ່​ມ​ແຕ່​ວັນ​ທີ 27/11 ຜ່ານ​ມາ​ຂອງ​ຄະນະ​ກຳມະການ​ເຈລະຈາ​ຮ່ວມ ກ່ຽວ​ກັບ​ສັນຕິ​ພາບ​ລະຫວ່າງ​ລັດ (UPDCJ). ຕາມ​ສູນ​ສັນຕິ​ພາບ​ມຽນມາ​ແລ້ວ, 10 ​ເນື້ອ​ໃນ​ທີ່​ໄດ​້ປຶກສາ​ຫາລື​ ລວ​ມມີ: ຂໍ້​ກຳນົດ​ກົດ​ລະບຽບ​ພື້ນຖານ​ຂອງ​ຂໍ້​ຕົກລົງ​ແມ່, ຜູ້ຕາງໜ້າ ​ແລະ ພາກສ່ວນ​ເຂົ້າ​ຮ່ວມ​ການ​ເຈລະຈາ​ການ​ເມືອງ, ວິທີ​ການ​ຍົກ​ອອກ​​ຄຳ​ຕັດສິນ​, ການ​ບໍລິຫານ​​ເຈລະຈາ, ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສາມັກຄີ ​ແລະ ການປະຕິບັດ​ວິ​ວັດທະນາ​ການ. ການ​ປະຊຸມຂອງ UPDCJ ຈະ​ແກ່ຍາວ​ເວລາ​ໄປ​ ຮອດ​ວັນ​ທີ 1/12.

ຂ່າວ/ບົດ​ອື່ນ