ມີ​ເຂດ​ປູ​​ສະ​ນີ​ຍະ​​ສະ​ຖານ, ທັດ​ສະ​ນີ​ຍະ​ພາບ 7 ແຫ່ງໄດ​້​ຮັບ​ຮອງ​ແມ່ນ​ເຂດ​ປູ​ສະ​ນີ​ຍະ​ສະ​ຖານແຫ່ງ​ຊາດ​ພິ​ເສດ​

(VOVWORLD) -

ທ່ານນາຍົກລັດຖະມົນຕີຫາກໍ່ເຊັນຂໍ້ຕົກລົງ ກ່ຽວກັບການຈັດອັນດັບເຂດປູສະນີຍະສະຖານ, ທັດສະນີຍະພາບໃນທົ່ວປະເທດ 7 ແຫ່ງ ແມ່ນເຂດປູສະນີຍະສະຖານແຫ່ງຊາດພິເສດ.

ມີ​ເຂດ​ປູ​​ສະ​ນີ​ຍະ​​ສະ​ຖານ, ທັດ​ສະ​ນີ​ຍະ​ພາບ 7 ແຫ່ງໄດ​້​ຮັບ​ຮອງ​ແມ່ນ​ເຂດ​ປູ​ສະ​ນີ​ຍະ​ສະ​ຖານແຫ່ງ​ຊາດ​ພິ​ເສດ​ - ảnh 1ເຂດ ແກງດາເດຍ ຂອງແຂວງຝູອຽນ(ພາບ: tuoitre.vn)

    ທັດສະນີຍະພາບໃນທົ່ວປະເທດ 7 ແຫ່ງໄດ້ຮັບຮອງແມ່ນເຂດປູສະນີຍະສະຖານແຫ່ງຊາດພິເສດລວມມີ: ເຂດ ແກງດາເດຍ ຂອງແຂວງຝູອຽນ; ເຂດຮ່ອງຮອຍປະຫວັດສາດ ລະບົບເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ແຂວງເທື່ອທຽນເຫ້ວ; ເຂດຮ່ອງຮອຍປະຫວັດສາດ ເຂດປອດໄພ 2 ຮຽບຮ່ວາ ແຂວງບັກຢາງ; ເຂດຮ່ອງຮອຍປະຫວັດສາດຖານທີ່ໝັ້ນ ກາຍແຈງ ແຂວງບາກລຽວ; ເຂດປູສະນີຍະສະຖານ ສະຖາປັດຕະຍາກຳສິລະປະວິຫານ ອານຊາ ແຂວງຮຶງອຽນ; ເຂດປູສະນີຍະສະຖານ ສະຖາປັດຕະຍາກຳສິລະປະສາລະບ້ານ ຮະຮຽບ ນະຄອນຫຼວງຮ່າໂນ້ຍ; ເຂດຮ່ອງຮອຍປະຫວັດສາດ ແລະ ສະຖາປັດຕະຍາກຳສິລະປະ ເຂດສຸສານ ແລະ ວິຫານ ຫງວຽນຊີ ແຂວງເງະອານ.

ເປັນອັນວ່າ, ໄລ່ຮອດຈຸດເວລາປະຈຸບັນ, ຫວຽດນາມ ມີເຂດປູສະນີຍະສະຖານ 119 ແຫ່ງໄດ້ຈັດອັນດັບແມ່ນເຂດປູສະນີຍະສະຖານແຫ່ງຊາດພິເສດ ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ.

ຕອບກັບ

ຂ່າວ/ບົດ​ອື່ນ