ມີເອກະສານລ້ຳຄ່າຕື່ມອີກກ່ຽວກັບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ

(VOVWORLD) - ພາບຖ່າຍ 2 ແຜ່ນນີ້ໂດຍສະມາຄົມວິທະຍາສາດປະຫວັດສາດ ດ່ານັ້ງ ສະສົມ.
ມີເອກະສານລ້ຳຄ່າຕື່ມອີກກ່ຽວກັບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ - ảnh 1ພິທີມອບຮັບເອກະສານ, ວັດຖຸພັນທີ່ລ້ຳຄ່າກ່ຽວກັບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ
(ພາບ: ເຈື່ອງຈູງ)

        ວັນທີ 19 ມັງກອນ, ຢູ່ນະຄອນ ດ່ານັ້ງ, ສະມາຄົມວິທະຍາສາດປະຫວັດສາດນະຄອນ ໄດ້ຈັດພິທີມອບຮັບເອກະສານ, ວັດຖຸພັນທີ່ລ້ຳຄ່າກ່ຽວກັບອະທິປະໄຕຂອງ ຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ ທີ່ມອບໃຫ້ຄະນະກຳມະການປະຊາຊົນເມືອງ ຮ່ວາງຊາ, ນະຄອນ ດ່ານັ້ງ.

        ພາບຖ່າຍ 2 ແຜ່ນນີ້ໂດຍສະມາຄົມວິທະຍາສາດປະຫວັດສາດ ດ່ານັ້ງ ສະສົມ. ໃນນັ້ນ, ມີພາບຖ່າຍແຜ່ນໜຶ່ງມີເນື້ອໃນ: ກຳລັງປ້ອງກັນຈັບຕົວຊາວປະມົງຕ່າງປະເທດລະເມີດອະທິປະໄຕຂອງ ຫວຽດນາມ ຢູ່ເກາະ ກວາງຮ່ວາ (ຂຶ້ນກັບໝູ່ເກາະ ຮ່ວາງຊາ) ປີ 1959. ພາບຖ່າຍແຜ່ນທີ 2 ມີເນື້ອໃນ: ວັນທີ 26 ກຸມພາ 1959, ຢູ່ທ່າກຳປັ່ນ ດ່ານັ້ງ, ຕົກລົງປ່ອຍຕົວບັນດາຊາວປະມົງຕ່າງປະເທດເຂົ້າໝູ່ເກາະ ຮ່ວາງຊາ ໃນວັນທີ 24 ກຸມພາ 1959 ຢ່າງຜິດກົດໝາຍ.

        ກໍ່ທີ່ພິທີ, ສະມາຄົມວິທະຍາສາດປະຫວັດສາດນະຄອນ ດ່ານັ້ງ, ໄດ້ມອບປື້ມຄົ້ນຄວ້າປະຫວັດສາດເຂດ ກວາງ ສະບັບຫຼ້າສຸດໂດຍມີ 4 ບົດຄົ້ນຄວ້າກ່ຽວກັບ ຮ່ວາງຊາ.

ຕອບກັບ

ຂ່າວ/ບົດ​ອື່ນ