ມື້ເຮັດວຽກທີ 11, ກອງປະຊຸມ SOM 1 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ

ມື້ເຮັດວຽກທີ 11, ກອງປະຊຸມ SOM 1 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ - ảnh 1
ກອງ​ປ​ະ​ຊຸມ​ຄັ້ງ​ທີ 1 ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ-ປາ​ຊີ​ຟ​ິກ 2017
 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ
(ພາບ: TTXVN)

(vovworld) - ວັນ​ທີ 28/02, ຢູ່​ນະ​ຄອນ​ຍາ​ຈາງ, ແຂວງ​ແຄ໋ງ​ຮ່​ວາ, ກອງ​ປ​ະ​ຊຸມ​ຄັ້ງ​ທີ 1 ບັນ​ດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ-ປາ​ຊີ​ຟ​ິກ 2017 ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ ໄດ້​ກ້າວ​ເຂົ້າ​ສູ່ມື້​ເຮັດ​ວຽກ​ທີ່ 11. ໃນ​ມື້ນີ້, ​ບັນ​ດາ​ຜູ້​ຕາງ​ໜ້າ​​ໄດ້ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ຄື: ກຸ່ມ Ad Hoc ກ່ຽວ​ກັບ​ເສດ​ຖະ​ກິດ​ທາງ​ເຄືອ​ຂ່າຍ​; ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ (EC); ຄະ​ນະ​ກຳ​ມະ​ການ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ (CTI); ຄະ​ນະ​​ກຳ​ມະ​ການຊີ້​ນຳ SOM ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານເສດ​ຖະ​ກິດ - ​ເຕັກ​ນິກ (SCE).

        ກ່ອນ​ໜ້ານັ້ນ, ວັນ​ທີ 27/02, ໄດ້​ດຳ​ເນີນ​ບັນ​ດາ​ກອງ​ປ​ະ​ຊຸມ​ຂອງ 7 ຄະ​ນະ​ກຳ​ມະ​ການ ແລະ ກຸ່ມ​ປະ​ຕິ​ບັດ​ງານ​ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ ແລະ ການ​ລົງ​ທຶນ (CTI), ເສດ​ຖະ​ກິດ (EC), ການຮ່ວມ​ມື​ດ້ານເສດ​ຖະ​ກິດ - ​ເຕັກ​ນິກ (SCE), ຄຸ້ມ​ຄອງ ແລະ ງົບ​ປະ​ມານ (BMC)… ໃນ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທຳ​ອິດ​ຂອງ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ, ບັນ​ດາ​ຜູ້​ແທ​ນ​ໄດ້​ປຶກ​ສາ​ຫາ​ລື​ສະ​ພາບ​ການ​ຮ່ວມ​ມືເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ​ອາ​ຊ​ີ-ປາ​ຊີ​ຟ​ິກ ໃນ​ບັນ​ດ​າ​ຂົງ​ເຂດ​ຫັນ​ການ​ດຳ​ເນີນ​ທຸ​ລະ​ກິດ​ໃຫ​້​ສະ​ດວກ, ການ​​ບໍ​ລິ​ຫານ ແລະ ກົດ​ໝາຍ​ວ່າ​ດ້ວຍວ​ິ​ຫາ​ສ​ະ​ກິດ, ການ​ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ…

        ພາຍ​ຫຼັງ​ສິ້ນ​ສຸດ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ວັນ​ທີ 26/02, ຄະ​ນະ​ຄຸ້ມ​ຄອງ ແລະ ງົບ​ປະ​ມານ​ໄດ້​ຈັດ​ວາ​ລະ​​ປະ​ຊຸມ​ຮ່ວມ​ກັບ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ - ເຕັກ​ນິກ.

        ໃນ​ມື້​ເຮັດ​ວຽກ​ສຸດ​ທ້າຍ, 2 ກຸ່ມ​ຄູ່​ຮ່ວມ​ມື​ນະ​ໂຍ​ບາຍ​ກ່ຽວ​ກັບການ​​ຮັບປະ​ກັນ​​ຄວາມ​ປອດ​ໄພດ້ານ​ສະ​ບຽງ​ອາ​ຫານ, ອາ​ຊີບ​ຫາ​ປາ ແລະ ມະ​ຫາ​ສະ​ມຸດ ຮັບ​ຮອງ​ເອົາ​ບັນ​ດາ​ແຜນ​ການ​ປະ​ຕິ​ບັດ​ງານ​ປີ 2017…

ຂ່າວ/ບົດ​ອື່ນ