ຢັ້ງຢືນ​ບົດບາດ​ຂອງ​ວັດທະນະ​ທໍາ​ການອ່ານ​​ໃນກາ​ນດໍາ​ລົງ​ຊີວິດ

(VOVWORLD) -    ວັນທີ 16 ທັນວາ, ຢູ່ຮ່າໂນ້ຍ, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບໄລຍະ 2 ປີ ແຫ່ງການຜັນຂະຫຍາຍປະຕິບັດແຜນຮ່າງ “ພັດທະນາວັດທະນະທໍາການອ່ານໃນວົງຄະນະຍາດ ຮອດປີ 2020, ກໍານົດທິດຮອດປີ 2030”.
ຢັ້ງຢືນ​ບົດບາດ​ຂອງ​ວັດທະນະ​ທໍາ​ການອ່ານ​​ໃນກາ​ນດໍາ​ລົງ​ຊີວິດ - ảnh 1ວັນສັບປະດາປື້ມອ່ານຫວຽດນາມ ປີ 2019 (ພາບ: TTXVN)

        ແຜນຮ່າງ “ພັດທະນາວັດທະນະທໍາການອ່ານໃນວົງຄະນະຍາດຮອດປີ 2020, ກໍານົດທິດຮອດປີ 2030” ຢັ້ງຢືນບົດບາດ ແລະ ຄວາມໝາຍຂອງວັດທະນະທໍາການອ່ານສໍາລັບຊີວິດສັງຄົມ ແລະ ຊາວຫວຽດນາມແຕ່ລະຄົນ. ວິວັດການຜັນຂະຫຍາຍແຜນຮ່າງໄດ້ສ້າງໂສມໜ້າໃໝ່ໃຫ້ແກ່ວັດທະນະທໍາການອ່ານຂອງປະເທດຊາດ.  ໃນຫຼາຍອົງການ, ຫົວໜ່ວຍ ແລະ ທ້ອງຖິ່ນ ໄດ້ຮັບຄວາມເອົາໃຈໃສ່ລົງທຶນກ່ຽວກັບພື້ນຖານດ້ານວັດຖຸ, ແຫຼ່ງຂໍ້ມູນ; ຄ່າໃຊ້ຈ່າຍໃຫ້ແກ່ການພັດທະນາຫໍສະໝຸດ. ປີ 2019, ມີຫໍສະໝຸດສາທາລະນະ 24.080 ແຫ່ງ ເພິ່ມຂຶ້ນ 14 % ເມື່ອທຽບໃສ່ປີ 2018, ປື້ມອ່ານ 44 ລ້ານຫົວ, ເພີ່ມຂຶ້ນ 3% ເມື່ອທຽບໃສ່ປີ 2018... ໂຄງການດັ່ງກ່າວ ຍັງຍູ້ແຮງການຮັບໃຊ້ໃຫ້ແກ່ບັນດາເປົ້າໝາຍຜູ້ອ່ານປື້ມແບບພິເສດຄືຄົນພິການ, ຄົນຕາບອດ, ນັກໂທດ.

        ເນື່ອງໃນໂອກາດນີ້, ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ມອບລາງວັນໃຫ້ແກ່ 17 ໝູ່ຄະນະ, 7 ສ່ວນບຸກຄົນທີ່ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາວັດທະນະທໍາການອ່ານໃນປີ 2019.


ຕອບກັບ

ຂ່າວ/ບົດ​ອື່ນ