ຢຶດໝັ້ນເປົ້າໝາຍສ້າງປະຊາຄົມ ອາຊຽນ ປອດຢາເສບຕິດ

(VOVWORLD) -
ຢຶດໝັ້ນເປົ້າໝາຍສ້າງປະຊາຄົມ ອາຊຽນ ປອດຢາເສບຕິດ - ảnh 1ທ່ານພັນເອກພິເສດ ຮວ່າງແອັງຕວ່ຽນ ທີ່ກອງປະຊຸມ AMMD 6 (ພາບ: TTXVN)

ທີ່ກອງປະຊຸມຂັ້ນລັດຖະມົນຕີ ອາຊຽນ ຄັ້ງທີ 6 ກ່ຽວກັບບັນຫາຢາເສບຕິດ (AMMD 6), ບັນດາປະເທດສະມາຊິກ ໄດ້ຢືນຢັນຫຼັກໝັ້ນເດັດດຽວຂອງ ອາຊຽນ ຄືນໃໝ່ ໃນການຕ້ານການນໍາໃຊ້ຢາເສບຕິດຖືກຕ້ອງຕາມກົດໝາຍ ນອກຈາກເປົ້າໝາຍນໍາໃຊ້ໃນຂະແໜງສາທາລະນະສຸກ ແລະ ວິທະຍາສາດ. ນີ້ແມ່ນຂໍ້ມູນຂ່າວຈາກທ່ານພັນເອກພິເສດ ຮວ່າງແອັງຕວ່ຽນ, ຮອງຫົວໜ້າຫ້ອງການ ກະຊວງຕໍາຫຼວດຫວຽດນາມ ທີ່ການຖະແຫຼງຂ່າວ ກ່ຽວກັບໝາກຜົນກອງປະຊຸມ AMMD 6 ເຊິ່ງໄດ້ຈັດຂຶ້ນໃນຕອນບ່າຍວັນທີ 18 ຕຸລາ.

        ຕາມທ່ານພັນເອກພິເສດ ຮວ່າງແອັງຕວ່ຽນ ແລ້ວ, ກອງປະຊຸມ AMMD 6 ໄດ້ປະຕິບັດສໍາເລັດເປົ້າໝາຍ, ເນື້ອໃນທີ່ລາຍການໄດ້ວາງອອກ, ເຊິ່ງສະແດງໃຫ້ເຫັນບັນດາກົນໄກການຮ່ວມມືສູງສຸດໃນ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານຢາເສບຕິດ, ມີບົດບາດສໍາຄັນໃນການຊີ້ນໍາ, ນໍາພາຜັນຂະຫຍາຍການປະຕິບັດບັນດາຄໍາໝັ້້ນສັນຍາ ສ້າງພາກພື້ນ ອາຊຽນ ມຸ່ງໄປສູ່ “ໜຶ່ງວິໄສທັດ, ໜຶ່ງຊາຕະກໍາ, ໜຶ່ງປະຊາຄົມ”. ບັນດາເອກະສານສໍາຄັນ ເຊິ່ງກອງປະຊຸມໄດ້ຮັບຮອງເອົາໃນຄັ້ງນີ້ ຈະສວມບົດບາດນໍາໜ້າພາທາງບັນດາການເຄື່ອນໄຫວປ້ອງກັນ, ຕ້ານຢາເສບຕິດ ແລະ ຮ່ວມມືສາກົນ ຂອງພາກພື້ນ ໃນໄລຍະຈະມາເຖິງ, ສະແດງໃຫ້ເຫັນທັດສະນະ ແລະ ນໍ້າໃຈສາມັກຄີ, ຄວາມສະເໝີຕົ້ນສະເໝີປາຍ, ຫຼັກໝັ້ນຂອງອາຊຽນ ກ່ຽວກັບບັນຫາຢາເສບຕິດ ໃນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ