ຢາ​ລາຍ ຄວນ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ, ບັນ​ດາ​ແຫຼ່ງ​ກຳ​ລັງ​ໃຫ້​ເປັນ​ຢ່າງ​ດີ​ເພື່ອ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ເຕັມ​ໄປ​ດ້ວຍ​ສີ​ສັນ

(VOVWORLD) -ຕອນເຊົ້າວັນທີ 22 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານ ຂອງ ລັດຖະບານ ໄດ້ມີການເຮັດວຽກ ກັບຄະນະປະຈຳຄະນະພັກແຂວງ   ຢາລາຍ ກ່ຽວກັບສະພາບການ, ໝາກຜົນການປະຕິບັດໜ້າທີ່ປີ 2021, ໄຕມາດທີ 1/2022, ທິດທາງໜ້າທີ່ປີ 2022 ແລະ ໄລຍະຈະມາເຖິງ.

ຢາ​ລາຍ ຄວນ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ, ບັນ​ດາ​ແຫຼ່ງ​ກຳ​ລັງ​ໃຫ້​ເປັນ​ຢ່າງ​ດີ​ເພື່ອ​ພັດ​ທະ​ນາ​ໂດຍ​ໄວ, ຍືນ​ຍົງ, ເຕັມ​ໄປ​ດ້ວຍ​ສີ​ສັນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ທ້ອງຖິ່ນ ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ບັນດາແຫຼ່ງກຳລັງໃຫ້ເປັນຢ່າງດີ ເພື່ອພັດທະນາໄວ, ຍືນຍົງ, ເຕັມໄປດ້ວຍສີສັນ, ສູ້ຊົນຮອດປີ 2030 ກາຍເປັນເຂດກຳລັງໜູນຂອງເຂດໄຕຫງວຽນ, ມີທີ່ຕັ້ງສຳຄັນໃນເຂດ ສາມລຽ່ມພັດທະນາ ຫວຽດນາມ - ລາວ - ກຳປູເຈຍ. ສຸມໃສ່ຜັນຂະຫຍາຍບັນດາມະຕິຂອງສະພາແຫ່ງຊາດ, ລັດຖະບານ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ແລະ ຟື້ນຟູ, ພັດທະນາເສດຖະກິດສັງຄົມ, ຍູ້ແຮງການຜັນຂະຫຍາຍ 3 ໂຄງການເປົ້າໝາຍແຫ່ງຊາດ ຢ່າງມີປະສິດທິຜົນ.

    ຕັດສິນໃຈປັບປຸງສະພາແວດລ້ອມແຫ່ງການລົງທຶນດຳເນີນທຸລິກິດ, ສືບຕໍ່ຍົກສູງລະດັບບັນດາດັດຊະນີ ກ່ຽວກັບການປະຕິຮູບການບໍລິຫານ, ຄວາມສາມາດໃນການແກ້ງແຍ້ງ, ກໍ່ສ້າງ, ພັດທະນາອຳນາດການປົກຄອງເອເລັກໂຕນິກ, ຍູ້ແຮງການຫັນເປັນດີຈີຕອນ, ພັດທະນາແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການພັດທະນາ. ແກ້ໄຂຂໍ້ຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ ເພື່ອຊຸກຍູ້ການຜະລິດ, ດຳເນີນທຸລະກິດ, ໜູນຊ່ວຍວິສາຫະກິດ ແລະ ດຶງດູດວິສາຫະກິດທີ່ມີຄວາມສາມາດບົ່ມຊ້ອນພາຍໃນປະເທດ ແລະ ສາກົນ. ເອົາໃຈໃສ່ຕໍ່ການປະຕິບັດນະໂຍບາຍຮັບປະກັນສະຫວັດດີການສັງຄົມ, ປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ.

ຕອບກັບ

ຂ່າວ/ບົດ​ອື່ນ