ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາຕົວ​ພະ​ຍານ ຮ​ວ່າງ​ຊາ

(VOVWORLD) - ວັນທີ 11 ມັງກອນ, ຄະນະກຳມະການປະຊາຊົນເມືອງ ຮວ່າງຊາ (ນະຄອນ ດ່ານັ້ງ) ໄດ້ຈັດການຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຕົວພະຍານຮວ່າງຊາ. ນີ້ແມ່ນການເຄື່ອນໄຫວໂດຍ ຄະນະກຳມະການປະຊາຊົນເມືອງ ຮວ່າງຊາ ຈັດຂຶ້ນເປັນປະຈຳ ເພື່ອແນໃສ່ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ຕໍ່ຮວ່າງຊາ.

ຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ບັນ​ດາຕົວ​ພະ​ຍານ ຮ​ວ່າງ​ຊາ - ảnh 1ປະທານຄະນະກຳມະການປະຊາຊົນເມືອງ ຮວ່າງຊາ ຫວໍງອກດົງ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ ລຸງ ເຈືອງວັນກວ໋າງ ຕົວພະຍານ ຮວ່າງຊາ (ພາບ: TTXVN)

ບັນດາຕົວພະຍານແມ່ນປະຊາຊົນ, ທະຫານ ທີ່ເຄີຍປະຕິບັດໜ້າທີ່ຢູ່ໝູ່ເກາະຮ່ວາງຊາ. ມາຢ້ຽມຢາມບັນດາຕົວພະຍານ, ຜູ້ຕາງໜ້າ ຄະນະກຳມະການປະຊາຊົນ ເມືອງ ຮ່ວາງຊາ ໄດ້ມອບຂອງຂວັນ ຊຸດປຶ້ມເອກະສານ, ວັດຖຸທີ່ເປັນທີ່ລະນຶກ (ສະບັບສຳເນົາ) ກ່ຽວກັບຮວ່າງຊາ. ທ່ານ ຫວໍງອກດົ່ງ ປະທານຄະນະກຳມະການປະຊາຊົນ ເມືອງ ຮວ່າງຊາ, ໃຫ້ຮູ້ວ່າ ເອກະສານລວມມີເອກະສານ, ພາບຖ່າຍ, ວັດຖຸອັນລ້ຳຄ່າກ່ຽວກັບຮວ່າງຊາ. ນີ້ແມ່ນເອກະສານທີ່ສຳຄັນ ມີຄວາມໝາຍສຳຄັນອັນຍິ່ງໃຫຍ່ຕໍ່ບັນດາຕົວພະຍານ ຮວ່າງຊາ ເວົ້າສະເພາະ, ປະຊາຊົນຫວຽດນາມ ເວົ້າລວມ ເພື່ອແນໃສ່ຕັກເຕືອນ, ເກັບຮັກສາ ແລະ ຖ່າຍທອດໃຫ້ແກ່ຄົນລຸ້ນໜຸ່ມ ກ່ຽວກັບຈິດໃຈປົກປັກຮັກສາປະເທດຊາດ, ສັດຈະທຳ ຮວ່າງຊາຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ