ຢູແກຼນ ສືບຕໍ່ໄດ້ຮັບການຊ່ວຍເຫລືອ

(VOVWORLD) -ວຽນນາ ສະຫນັບສະຫນູນເລື່ອງນຳໃຊ້ບັນດາບ້ວງຊ່ວຍເຫລືອ ເພື່ອສ້າງຕັ້ງ ຢູແກຼນ ຄືນໃຫມ່ ແຕ່ຄັດຄ້ານເລື່ອງນຳໃຊ້ບ້ວງເງິນນີ້ເພື່ອຫນູນຊ່ວຍໃຫ້ແກ່ດ້ານການທະຫານຢູ່ ກີແອບ.
ຢູແກຼນ  ສືບຕໍ່ໄດ້ຮັບການຊ່ວຍເຫລືອ - ảnh 1ພົນທະຫານ ຢູແກຼນ ເຂົ້າຮ່ວມການອົມຮົມ ຢູ່   ຊານຕົວເມືອງ ກິແອບ ເມື່ອວັນທີ 21/11/2023. ພາບ:AFP/TTXVN
  ວັນທີ 5 ເມສາ, ກະຊວງການຕ່າງປະເທດ ສ.ເກົາຫລີ ໃຫ້ຮູ້ວ່າ: ທ່ານ Cho Tae-yul ລັດຖະມົນຕີການຕ່າງປະເທດ ສ. ເກົາຫລີ ໄດ້ປຶກສາຫາລືກັບບັນດາປະເທດສະມາຊິກ   NATO ກ່ຽວກັບນະໂຍບາຍສືບຕໍ່ຫນູນຊ່ວຍ ຢູແກຼນ. ໃນຂອບເຂດກອງປະຊຸມລັດຖະມົນຕີການຕ່າງປະເທດ NATO ຢູ່ ບຣຸກແຊນ ປະເທດ ແບນຊິກ, ທ່ານ Cho Tae-yul ໃຫ້ຄຳໝັ້ນສັນຍາ ຈະສືບຕໍ່ຫນູນຊ່ວຍ ຢູແກຼນ ໂດຍມີການເຂົ້າຮ່ວມຂອງ ຍີ່ປຸ່ນ, ອົດສະຕາລີ ແລະນິວເຊີແລນ. ຕາມນັ້ນແລ້ວ, ເຊີອູນ ມີແຜນການສະຫນອງ ບ້ວງຊ່ວຍເຫລືອໄລຍະກາງ ແລະ ຍາວ ລວມມູນຄ່າ 2,3 ຕື້ USD ໃຫ້ແກ່ ຢູແກຼນ ເລີ່ມແຕ່ປີນີ້ ແລະ ປ່ອຍເງິນ 12 ລ້ານ USD ເພື່ອຫນູນຊ່ວຍໃນການປິ່ນປົວໃຫ້ແກ່ບັນດາພົນທະຫານ ຢູແກຼນ ທີ່ຖືກບາດເຈັບ.

ໃນວັນດຽວກັນ ທ່ານ Karl Nehammer ນາຍົກລັດຖະມົນຕີ ອົດຕະລິດ ໄດ້ປະກາດວ່າ: ວຽນນາ ໃຫ້ຄຳໝັ້ນສັນຍານຳໃຊ້ 2,2 ລ້ານ USD ຈາກກອງທຶນກູ້ຊ່ວຍໄພທຳມະຊາດຕ່າງປະເທດ ເພື່ອຊ່ວຍເຫລືອມະນຸດສະທຳໃຫ້ແກ່ ຢູແກຼນ. ທ່ານ ຖະແຫລງວ່າ: ວຽນນາ ສະຫນັບສະຫນູນເລື່ອງນຳໃຊ້ບັນດາບ້ວງເງິນນີ້ ເພື່ອສ້າງຕັ້ງ ຢູແກຼນ ຄືນໃຫມ່ ແຕ່ຄັດຄ້ານເລື່ອງນຳໃຊ້ບ້ວງເງິນນີ້ເພື່ອຫນູນຊ່ວຍໃຫ້ແກ່ດ້ານການທະຫານຢູ່ ກີແອບ.

ຕອບກັບ

ຂ່າວ/ບົດ​ອື່ນ