ຢູ​ແກຼນ ແລະ ຝ​ລັ່ງ ເຊັນ​ຂໍ້​ຕົກ​ລົງ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ

(VOVWORLD) -  ຂໍ້ຕົກລົງລວມມີຄຳໝັ້ນສັນຍາ ເພີ່ມການອຸປະຖຳຂອງ ປາຣີ ໃຫ້ແກ່ Kiev ຂຶ້ນເຖິງ 3 ຕື້ ເອີໂຣ ໃນປີນີ້, ພາຍຫຼັງການອຸປະຖຳ ມີມູນຄ່າ 1,9 ຕື້ ເອີໂຣ ໃນປີ 2022 ແລະ 2,1 ຕື້ ເອີໂຣໃນປີ 2023
ຢູ​ແກຼນ ແລະ ຝ​ລັ່ງ ເຊັນ​ຂໍ້​ຕົກ​ລົງ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky  (ພາບ: AFP)

ວັນທີ 16 ກຸມພາ, ຢູ່ທຳນຽບປະທານາທິບໍດີ - ວັງ Elysee ຢູ່ນະຄອນຫຼວງ ປາຣີ (ປະເທດ ຝລັ່ງ), ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky  ໄດ້ເຊັນຂໍ້ຕົກລົງຄວາມໝັ້ນຄົງ. ຂໍ້ຕົກລົງລວມມີຄຳໝັ້ນສັນຍາ ເພີ່ມການອຸປະຖຳຂອງ ປາຣີ ໃຫ້ແກ່ Kiev ຂຶ້ນເຖິງ 3 ຕື້ ເອີໂຣ ໃນປີນີ້, ພາຍຫຼັງການອຸປະຖຳ ມີມູນຄ່າ 1,9 ຕື້ ເອີໂຣ ໃນປີ 2022 ແລະ 2,1 ຕື້ ເອີໂຣໃນປີ 2023. ຂໍ້ຕົກລົງແກ່ຍາວເປັນເວລາ 10 ປີ ແລະ ປັບປຸງການຮ່ວມມືໃນຂະແໜງທະຫານປຶນໃຫຍ່ ລະຫວ່າງສອງປະເທດ, ພ້ອມທັງຈະເປີດເສັ້ນທາງໃຫ້ແກ່ເລື່ອງ ຢູແກຼນ ເຂົ້າເປັນສະມາຊິກ ສະຫະພາບ ເອີລົບ (EU) ແລະ ອົງການສົນທິສັນຍາ ອັດລັງຕິກເໜືອ (NATO) ໃນອະນາຄົດ. ຄາດວ່າ ໃນວັນທີ 17 ກຸມພາ, ຢູ່ກອງປະຊຸມຄວາມໝັ້ນຄົງ Munich ທ່ານປະທານາທິບໍດີ Zelensky   ຈະສືບຕໍ່ຮຽກຮ້ອງການເພີ່ມທະວີການອຸປະຖຳໃຫ້ແກ່ ຢູແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ