ຢູແກຼນ:ຂໍ້ມູນຂ່າວກ່ຽວກັບການສູ້ຮົບຢູ່Debaltsevo

ຢູແກຼນ:ຂໍ້ມູນຂ່າວກ່ຽວກັບການສູ້ຮົບຢູ່Debaltsevo - ảnh 1
(ພາບປະກອບຈາກ RTE News)

(vovworld) – ວັນ​ທີ 30/1, ຊ່ອງ​ໂທ​ລະ​ພາບ “112 ຢູ​ແກຼນ” ໄດ້​ຄັດສະ​ເໜີ​ແຫຼ່ງ​ຂ່າວ​ຈາກ​ສູນ​ສື່​ມວນຊົນບັ້ນ​ຮົບ​ຕ້ານກໍ່​ການ​ຮ້າຍ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ໃຫ້​ຮູ້​ວ່າສະ​ພາບ​ການ​ຢູ່​ເຂດ​ສູ້ຮົບ​ດຳ​ເນີນ​ໄປ​ຢ່າງ​ເຄັ່ງ​ຕຶງ. ແຫຼ່ງ​ຂ່າວ​ໄດ້​ຄັດ​ສະ​ເໜີ​ບັນ​ດາ​​ຄຳ​ເວົ້າ​ຂອງນາຍ​ທະ​ຫານ ຢູ​ແກຼນ ຢູ່​ສະ​ຖານ​ທີ​່​ແຫ່ງ​ໜຶ່ງ​ໃຫ້​ຮູ້​ວ່າ: ຕອນ​ຄ່ຳ​ວັນ​ທີ 29/1, ກຳ​ລັງ​ຂອງ​ ສ. ປະ​ຊາ​ຊົນ Donetsk (DPR) ອ້າງ​ຊື່​ເອງ ໄດ້​ຍິງ​ລູກ​ສອນ​ໄພ​ເຂົ້າເຂດຊຸມຊົນຫຼາຍ​ແຫ່ງ. ໃນ​ຂະ​ນະ​ນັ້ນ, ທ່ານ​ຮອງ​ຫົວ​ໜ້າ​ພະ​ແນກ​ພາຍ​ໃນ​ແຂວງ Donetsk Ilya Kiva ໄດ້​ປະຕິເສດ​ແຫຼ່ງ​ຂ່າວ​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ໄດ້​ປິດ​ລ້ອມ​ຢູ່ອ້​ອມ​ແອ້ມ​ເຂດ Debaltsevo.
ຂ່າວ/ບົດ​ອື່ນ