ຢູແກຼນຈັດວາງສະພາວະເຕື່ອນໄພສູງໃນທົ່ວປະເທດ

ຢູແກຼນຈັດວາງສະພາວະເຕື່ອນໄພສູງໃນທົ່ວປະເທດ - ảnh 1
ທະ​ຫານ ຢູ​ແກຼນ ເວນ​ຍາມ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ
(ພາບ: baomoi.com)

(vovworld) –  ​ຕໍ່​ໜ້າ​ໄພ​ການ​ປະ​ທະ​ກັນ​ປິນ​ຂັ້ນ​ໄດ​ຢ່າງ​ຮ້າຍ​ແຮງ​ຢູ່ 2 ແຂວງ​ພາກ​ຕາ​ເວັນ​ອອກແມ່ນ Donetsk ແລະ Lugansk, ວັນ​ທີ 26/1, ອຳ​ນາດ​ການ​ປົ​ກ​ຄອງ​ສູນ​ກາງ ຢູ​ແກຼນ ໄດ້​ຈັດ​ວາງ​ສະ​ພາວະ​ເຕື່ອນ​ໄພ​ສູງ​ໃນ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ການ​ປະ​ຊຸມ​ຂອງ​ຄະ​ນະ​ລັດ​ຖະ​ບານ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຢູ​ແກຼນ Arseniy Yatsenyuk, ໃຫ້​ຮູ້​ວ່າ: ຕາມ​ກົດ​ໝາຍ​ວ່າ​ດ້ວຍ​ການ ​ປ້ອງ​​ກັນພົນ​ລະ​ເມືອງ ຢູ​ແກຼນ ແລ້ວ, ລັດ​ຖະ​ບານ ກີ​ແອບ ໄດ້​ຮັບ​ຮອງ​ເອົາ​ຂໍ້​ຕົກ​ລົງ​ຈັດ​ວາງ​ສະ​ພາ​ວະເຕື່ອນ​ໄພ​ສູງລະ​ດັບ​ຊາດ. ລະ​ອຽດ​ຄື, ​ປະ​ກາດສະ​ພາ​ວະ​ສຸກ​ເສີນ​ຢູ່ 2 ແຂວງ Donetsk ແລະ Lugansk ແລະ ປະ​ກາດ​ສະ​ພາ​ວະເຕື່ອນ​ໄພ​ສູງ​ໃນ​ທົ່ວ​ປະ​ເທດ. ນອກ​ຈາກນັ້ນ, ຢູ​ແກຼນ ໄດ້​ຖະ​ແຫຼງ​ສ້າງ​ຕັ້ງ​ບັນ​ດາ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ວະ​ສຸກ​ເສີນ​ຂັ້ນ​ພາກ​ພື້ນ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ສະ​ພາບ​ການສູ້​ຮົບ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ຜັນ​ແປ​ໄປ​ຢ່າງ​ສັບ​ສົນ. ເຂດນີ້​ມີ​ໄພ​ຕົກ​ເຂົ້າ​ສູ່ບັ້ນ​​ສູ້ຮົບ​ຮອບ​ດ້ານ ໂດຍບໍ່​ຫົວ​ຊາ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ​ເຊິ່​ງ​ທັງ 2 ຝ່າຍ​ປະ​ທະ​ກັນ​ລົງ​ນາມ​ເມື່ອ​ເດືອນ 9/2014 ຢູ່ Minsk (ປະ​ເທດ ເບ​ລາ​ຣຸດ).
ຂ່າວ/ບົດ​ອື່ນ