ຢູແກຼນມີຄວາມປະທັບໃຈຕໍ່ຫວຽດນາມທີ່ພວມພັດທະນາຢ່າງແຮງ

ຢູແກຼນມີຄວາມປະທັບໃຈຕໍ່ຫວຽດນາມທີ່ພວມພັດທະນາຢ່າງແຮງ - ảnh 1
(ພາບປະກອບ)

​(vovworld) –  ຢູ​ແກຼນ ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຫວຽດນາມ ທີ່ພວມ​ພັດທະນາ​ຢ່າງ​ແຮງ, ນັ້ນ​ແມ່ນ​ຄຳ​ຢື່ນຢັນ​ຂອງທ່ານນາງ​ສະມາຊິກ​ສະພາ​ແຫ່ງ​ຊາດ Alekcandre Kuzhel, ຫົວໜ້າ​ກຳມາ​ທິການ​ບັນດາ​ບັນຫາ​ວິ​ສາ​ຫະກິດ ​ແລະ ນະ​ໂຍບາຍ​ຕ້ານ​ສິດ​ຜູກຂາດ​ສະພາ​ແຫ່ງ​ຊາດ​ຢູ​ແກຼນ ​​​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ, ພາຍຫຼັງ​ຄະນະ​ຜູ້​ແທນ​ລັດຖະສະພາ​ຢູ​ແກຼນ ມາ​ຢ້ຽມຢາມ​ຫວຽດນາມ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມສະມັດຊາ​​ໃຫຍ່​ສະຫະພັນລັດຖະສະພາ​ສາກົນ ຄັ້ງ​ທີ 132 (IPU 132). ທ່ານນາງ​ Kuzhel ​​ໄດ້ແບ່ງປັນ​ວ່າ: ຂ້າພະ​ເຈົ້າ​ມີ​ໂອກາດ​ມາ​ຫວຽດນາມ ​​ເພື່ອ​ເຂົ້າ​ຮ່ວມ IPU 132​ ​ແລະ ​ໄດ້​ເຫັນ​ປະຈັກ​ຕາ​ປະ​ເທດ​ຫວຽດນາມ ພວມ​ພັດທະນາ​ຢ່າງ​ແຮງ ​ແລ​ະ ບັນລຸ​ໄດ້​ບັນດາ​ຜົນງານ​ຢ່າງ​​ໃຫຍ່​ຫຼວງ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ດຶງ​ດູດ​ການ​ລົງທຶນ​ສູງ… ພວກ​ຂ້າພະ​ເຈົ້າ​ມີ​ຄວາມເພິ່​ງພໍ​ໃຈ​ຕໍ່​ວຽກ​ງານ​ຈັດ​ຕັ້ງ IPU 132. ຄະນະ​ສະມາຊິກ​ສະພາ​​ແຫ່ງ​ຊາດ ປະ​ທັບ​ໃຈຕໍ່​ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​ຂອງ​ປະ​ເທດ​ເຈົ້າພາບຫວຽດນາມ.

ຂ່າວ/ບົດ​ອື່ນ