ລູກສອນໄຟ 2 ລູກຂອງ ສປປ.ເກົາຫຼີ ໄດ້ຕົກລົງເຂດເສດຖະກິດພິເສດຂອງ ຍີ່ປຸ່ນ

(VOVWORLD) - ເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ ໄດ້ດຳເນີນໄປໃນສະພາບທີ່ ອາເມລິກາ ແລະ ສ.ເກົາຫຼີ ຫາກໍ່ສິ້ນສຸດການຊ້ອມຮົບຍິງປຶນແທ້ທີ່ມີຂອບຂະໜາດໃຫຍ່ທີ່ສຸດ
ລູກສອນໄຟ 2 ລູກຂອງ ສປປ.ເກົາຫຼີ ໄດ້ຕົກລົງເຂດເສດຖະກິດພິເສດຂອງ ຍີ່ປຸ່ນ - ảnh 1(ພາບປະກອບ: YONHAP/TTXVN)

        ສຳນັກຂ່າວສານ Kyodo ໄດ້ນຳສະເໜີຖະແຫຼງການຂອງລັດຖະບານ ຍີ່ປຸ່ນ ໂດຍໃຫ້ຮູ້ວ່າ, ມີລູກສອນໄຟ 2 ລູກຂອງ ສປປ.ເກົາຫຼີ ຍິງໃນຕອນບ່າຍວັນທີ 15 ມິຖຸນາ ໄດ້ຕົກລົງເຂດເສດຖະກິດພິເສດຂອງ ຍີ່ປຸ່ນ. ຍີ່ປຸ່ນ ໄດ້ອອກສຽງຄັດຄ້ານຕໍ່ເຫດການດັ່ງກ່າວ.

        ເຫດຍິງລູກສອນໄຟຄັ້ງຫຼ້າສຸດຂອງ ສປປ.ເກົາຫຼີ ໄດ້ດຳເນີນໄປໃນສະພາບທີ່ ອາເມລິກາ ແລະ ສ.ເກົາຫຼີ ຫາກໍ່ສິ້ນສຸດການຊ້ອມຮົບຍິງປຶນແທ້ທີ່ມີຂອບຂະໜາດໃຫຍ່ທີ່ສຸດ, ກໍ່ແມ່ນການຊ້ອມຮົບທຳອິດທີ່ຈັດຂຶ້ນແບບນີ້ໃນໄລຍະ 6 ປີຜ່ານມາ ຢູ່ Pocheon, ຫ່າງຈາກຊາຍແດນຂອງ ສປປ.ເກົາຫຼີ 25 ກມ. ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ນຳສະເໜີຄຳເວົ້າຂອງກະຊວງປ້ອງກັນປະເທດ ສປປ.ເກົາຫຼີ ເຊິ່ງຖະແຫຼງວ່າ ບັນດາກຳລັງຂອງ ສປປ.ເກົາຫຼີ ຈະໂຕ້ຕອບຢ່າງແຂງກະດ້າງຕໍ່ບໍ່ວ່າການກະທຳເກາະຜິດໃດໆຂອງ ອາເມລິກາ ແລະ ພັນທະມິດ.

ຕອບກັບ

ຂ່າວ/ບົດ​ອື່ນ