ລົງທຶນກ່ວາ 100 ຕື້ດົ່ງ ເພື່ອຍົກສູງກຳລັງແກ່ງແຍ້ງຂະແໜງສິນໃນນ້ຳ

(VOVWORLD) - ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຫາກໍ່ຕົກລົງໃຫ້ສັດຕະຍາບັນ “ແຜນຮ່າງຍົກສູງກຳລັງແກ່ງແຍ້ງຂະແໜງສິນໃນນ້ຳ ໃນສະພາວະ ຫວຽດນາມ ເຊື່ອມໂຍງເຂົ້າກັບເສດຖະກິດ” ດ້ວຍຍອດຈຳນວນທຶນກ່ວາ 102 ຕື້ດົ່ງ
ລົງທຶນກ່ວາ 100 ຕື້ດົ່ງ ເພື່ອຍົກສູງກຳລັງແກ່ງແຍ້ງຂະແໜງສິນໃນນ້ຳ - ảnh 1 (ພາບປະກອບ / TTXVN)

ເປົ້າໝາຍລວມຂອງແຜນຮ່າງແມ່ນ ຍົກສູງກຳລັງຄວາມສາມາດແກ່ງແຍ້ງຂອງຂະແໜງສິນໃນນ້ຳ ໃນສະພາວະ ຫວຽດນາມ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ ແລະ ຜັນຂະຫຍາຍບັນດາສັນຍາການຄ້າເສລີ (FTA) ຮັບໃຊ້ການສ້າງໂຄງປະກອບຂະແໜງສິນໃນນ້ຳຄືນໃໝ່ ຕາມທິດຍົກສູງມູນຄ່າເພີ່ມຂຶ້ນ ແລະ ພັດທະນາແບບຍືນຍົງ ຕິດພັນກັບການກໍ່ສ້າງຊົນນະບົດໃໝ່. ເນື້ອໃນຕົ້ນຕໍຂອງແຜນຮ່າງແມ່ນກວດກາ, ເພີ່ມເຕີ່ມບັນດາເອກະສານນິຕິກຳ ພ້ອມກັບບັນດາຂໍ້ກຳນົດຢ່າງແໜ້ນແຟ້ນກ່ຽວກັບການຜະລິດ ຈາກການລ້ຽງປູກສິນໃນນ້ຳຈົນຮອດການປຸງແຕ່ງສົ່ງອອກສູ່ຕະຫລາດ. ຄຽງຂ້າງນັ້ນ ເພີ່ມເຕີ່ມບັນດາຂໍ້ກຳນົດກ່ຽວກັບເລື່ອງກວດກາກຳນົດຜະລິດຕະພັນນັບແຕ່ການຜະລິດເຖິງການຈຳໜ່າຍເຂົ້າໃນລະບົບມາດຕະຖານສິນໃນນ້ຳ, ກຳນົດໜ້າທີ່ຮັບຜິດຊອບໃນການຮັກສາ, ປຸງແຕ່ງ ແລະ ຈຳໜ່າຍການສົ່ງອອກ…

ຕອບກັບ

ຂ່າວ/ບົດ​ອື່ນ