ລົງທຶນ​​ເຂົ້າ​ຈຸດ​ສຸມເຂດ​ຊົນເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍ

(VOVWORLD) -    “ໂຄງການ ລົງທຶນເຂົ້າ ຈຸດສຸມເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ” ແມ່ນເປົ້າໝາຍໃນໄລຍະຈະມາເຖິງຂອງໂຄງການເປົ້າໝາຍແຫ່ງຊາດ ພັດທະນາເສດຖະກິດ - ສັງຄົມ ຢູ່ເຂດຊົນເຜ່ົາສ່ວນໜ້ອຍ ແລະ ເຂດພູດອຍ ໄລຍະ 2021 – 2030. 
ລົງທຶນ​​ເຂົ້າ​ຈຸດ​ສຸມເຂດ​ຊົນເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຂດ​ພູດ​ອຍ - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14  (ພາບ: quochoi.vn)

    ລັດຖະບານໄດ້ ຍື່ນສະເໜີ ໂຄງການດັ່ງກ່າວຕໍ່ສະພາແຫ່ງຊາດ ໃນວາລະປະຊຸມຂອງຕອນເຊົ້າວັນທີ 28 ພຶດສະພາ, ກອງປະຊຸມສະໄໝສາມັນເທື່ອທີ 9, ສະພາແຫ່ງຊາດຫວຽດນາມ ຊຸດທີ 14.

        ໂຄງການດັ່ງກ່າວ ລວມມີ 10 ໂຄງການຍ່່ອຍ, ເຊິ່ງໄດ້ຜັນຂະຫຍາຍຢູ່ບັນດາຕາແສງ, ບ້ານ ເຂດພູດອຍທີ່ມີອັດຕາຄອບຄົວເຜົ່າສ່ວນໜ້ອຍກວມເອົາແຕ່ 15% ຂຶ້ນໄປ. ທ່ານ ຮ່າງອັກຈ໊ຽນ, ປະທານສະພາຊົນເຜົ່າ ຂອງສະພາແຫ່ງຊາດ ຕີລາຄາວ່າ:

         “ນີ້ແມ່ນໂຄງການທີ່ມີລັກສະນະພິເສດ ບໍ່ພຽງແຕ່ພັດທະນາເສດຖະກິດ - ສັງຄົມເທົ່ານັ້ນ, ຫາກຍັງແມ່ນການສັງລວມການປະຕິບັດນະໂຍບາຍກ່ຽວກັບຊົນເຜົ່າກວ່າ 100 ນະໂຍບາຍອີກດ້ວຍ. ຖ້າຈັດຕັ້ງປະຕິບັດຢ່າງມີປະສິດທິຜົນນັ້ນ ໂຄງການດັ່ງກ່າວຈະແກ້ໄຂໄດ້ບັນດາບັນຫາຮ້ອນເຮັ່ງ, ຂໍ້ຈໍາກັດໃນການປະຕິບັດນະໂຍບາຍກ່ຽວກັບຊົນເຜົ່າໃນປັດຈຸບັນ, ສ້າງກາລະໂອກາດໃໝ່ໃຫ້ແກ່ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍພັດທະນາເສດຖະກິດ - ສັງຄົມຢ່າງຮອບດ້ານ ແລະ ຍືນຍົງ, ຮັດແຄບຊ່ອງຫວ່າງກ່ຽວກັບລະດັບການພັດທະນາ ແລະ ລາຍຮັບຂອງພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ກັບ ລາຍຮັບສະເລ່ຍຂອງທັງປະເທດ”.

        ຍອດເງິນລົງທຶນໃນການປະຕິບັດໂຄງການເປົ້າໝາຍແຫ່ງຊາດໄລຍະ 2021 – 2030 ແມ່ນເກືອບ 272.000 ຕື້ດົ່ງ (ປະມານ 12 ຕື້ USD).

ຕອບກັບ

ຂ່າວ/ບົດ​ອື່ນ